B40: ທຶນຮຽນປະລິນຍາຕີ 4 ປີ
ຊື່ໂຮງຮຽນ: ມະຫາວິທະຍາໄລວິທະຍາດສາດການເມືອງ ແລະ ກົດໝາຍ 西南政法大学 Southwest University of Political Science and Law ຕັ້ງຢູ່ໃຈກາງນະຄອນຊົງຊີ້ງ.
ທຶນມະຫາວິທະຍາໄລ ເຊິ່ງມີເງື່ອນໄຂດັ່ງນີ້:
ທຶນປະເພດ A:
ຄ່າຮຽນຟຣີ
ຄ່າຫໍພັກຟຣີ (4 ຄົນ/ຫ້ອງ)
ມີເງິນເບ້ຍລ້ຽງ 1,000 ຢວນ/ເດືອນ.
ທຶນປະເພດ B:
ຄ່າຮຽນຟຣີ
ຄ່າຫໍພັກຟຣີ (4 ຄົນ/ຫ້ອງ)
ມີເງິນເບ້ຍລ້ຽງ 700 ຢວນ/ເດືອນ.
ທຶນປະເພດ C:
ຄ່າຮຽນຟຣີ
ຄ່າຫໍພັກຟຣີ (4 ຄົນ/ຫ້ອງ)
ບໍ່ມີເງິນເບ້ຍລ້ຽງ
ສາຂາຮຽນ: ຫຼັກສູດລະບົບພາສາຈີນ: ກົດໝາຍ, ການຄ້າສາກົນ, ການຄ້າອອນລາຍ. ຫຼັກສູດລະບົບພາສາອັງກິດ: ການຄ້າສາກົນ.
ເງື່ອນໄຂຜູ້ສະໝັກ: ນັກຮຽນ, ນັກສຶກສາ, ພະນັກງານ ແລະ ບຸກຄົນທົ່ວໄປ, ອາຍຸ 17-25 ປີ, ກຳລັງຮຽນ ຫຼື ຈົບ ມ.7 ຂຶ້ນໄປ; ຕ້ອງມີ HSK4-220 ຂຶ້ນໄປ ຫຼື ໄອແອລ 6.5 ຂຶ້ນໄປ ແລະ ຕ້ອງໄດ້ເສັງ CSCA 数学 ແລະ 文科中文..
ໂຄຕ້າທຶນ: 15 ທຶນ
ປິດຮັບສະໝັກ: 10.5.2026, ເລີ່ມຮຽນເດືອນ 9.2026
ເອກະສານ: ເອກະສານທີ່ຕ້ອງປະກອບ ແລະ ຂັ້ນຕອນການສະໝັກ ມີຂໍ້ແນະນຳຕ່າງຫາກ.
