B30: ທຶນຮຽນປະລິນຍາຕີ 4 ປີ
ຊື່ໂຮງຮຽນ: ມະຫາວິທະຍາໄລຊີນານ 西南大学 Southwest University ຕັ້ງຢູ່ໃນຕົວເມືອງນະຄອນຊົງຊີ້ງ ເປັນມະຫາວິທະຍາໄລຊັ້ນນຳຂອງຈີນ ເຊິ່ງຕິດໂຄງການ 985, 211, 111 ແລະ Double first class ລະດັບຊາດ.
ທຶນມະຫາວິທະຍາໄລ ມີເງື່ອນໄຂດັ່ງນີ້:
ປະເພດ A: ຄ່າຮຽນຟຣີ, ຄ່າປະກັນໄພຟຣີ, ມີເບ້ຍລ້ຽງ 1,100 ຢວນ/ເດືອນ
ປະເພດ B: ຄ່າຮຽນຟຣີ, ຄ່າປະກັນໄພຟຣີ
ທຶນໂຄງການເສັ້ນທາງສາຍໄໝ ມີເງື່ອນໄຂດັ່ງນີ້:
ປະເພດ A: ຄ່າຮຽນຟຣີ, ມີເບ້ຍລ້ຽງ 1,100 ຢວນ/ເດືອນ
ປະເພດ B: ຄ່າຮຽນຟຣີ
ໄດ້ຈ່າຍຄ່າຫໍພັກ: 6,000 ຢວນ/ປີ 4 ຄົນ/ຫ້ອງ; 9,000 ຢວນ/ປີ 2 ຄົນ/ຫ້ອງ; 12,000 ຢວນ/ປີ 1 ຄົນ /ຫ້ອງ.
ສາຂາຮຽນ: ການສຶກສາພາສາຈີນ, ການເຮັດສື່ມີເດຍ, ການອອກແບບສວນສາທາລະນະ, ການອອກແບບເສື້ອຜ້າ, ເທັກໂນໂລຊີສັດລ້ຽງ, ນັກຂ່າວ, ວິສະວະກຳໂທລະຄົມ, ບໍລິຫານທຸລະກິດ, ເສດຖະສາດ, ການເງິນ, ການບໍລິຫານຄຸ້ມຄອງ, ກົດໝາຍ, ເທັກໂນໂລຊີອາຫານ.
ເງື່ອນໄຂຜູ້ສະໝັກ: ນັກຮຽນ-ນັກສຶກສາ, ພະນັກງານ ແລະ ບຸກຄົນທົ່ວໄປ, ອາຍຸ 18-25 ປີ, ກຳລັງຮຽນ ຫຼື ຈົບ ມ.7 ຂຶ້ນໄປ; ຕ້ອງມີ HSK5–200 ຂຶ້ນໄປ. ສຳລັບສາຂາ ການສຶກສາພາສາຈີນ HSK4–220 ຂຶ້ນໄປກໍສະໝັກໄດ້ ແລະ ຕ້ອງມີຄະແນນ CSCA.
ປິດຮັບສະໝັກ: 30.5.2026, ເລີ່ມເຂົ້າຮຽນ: ເດືອນ 9.2026
ເອກະສານ: ເອກະສານທີ່ຕ້ອງປະກອບ ແລະ ຂັ້ນຕອນການສະໝັກ ມີຂໍ້ແນະນຳຕ່າງຫາກ.
