B3: ທຶນຮຽນປະລິນຍາຕີ 1+5 ປີ ແລະ ປະລິນຍາໂທ 1+3 ປີ
ຊື່ໂຮງຮຽນ: ມະຫາວິທະຍາໄລແພດສາດຈຸ່ນຢີ້ Zunyi Medical University ຕັ້ງຢູ່ເມືອງຈຸ່ນຢີ້ ແຂວງກຸ້ຍໂຈ
ປະເພດທຶນ: ທຶນມະຫາວິທະຍາໄລ ລະດັບປະລິນຍາຕີ 1+5 ປີ ມີເງື່ອນໄຂດັ່ງນີ້:
ຄ່າຮຽນຟຣີຕະຫຼອດໄລຍະກຽມພາສາ 1 ປີ + ເຂົ້າສາຍ 5 ປີ
ໄດ້ຈ່າຍຄ່າຫໍພັກ 1,200 ຢວນ/ປີ
ຕອນຕົ້ນບໍ່ມີເບ້ຍລ້ຽງ, ແຕ່ຖ້າຜົນການຮຽນດີ ມີໂອກາດໄດ້ໃນປີຖັດໆໄປ
ວີຊ່າເຂົ້າປະເທດຟຣີ 1 ຄັ້ງ
ຄ່າເດິນທາງຟຣີ 1 ຖ້ຽວ
ໄປສົ່ງຮອດໂຮງຮຽນ
ທຶນມະຫາວິທະຍາໄລ ລະດັບປະລິນຍາໂທ 1+3 ປີ ມີເງື່ອນໄຂດັ່ງນີ້:
ຄ່າຮຽນຟຣີຕະຫຼອດໄລຍະກຽມພາສາ 1 ປີ + ເຂົ້າສາຍ 3 ປີ
ໄດ້ຈ່າຍຄ່າຫໍພັກ 1,200 ຢວນ/ປີ
ຕອນຕົ້ນບໍ່ມີເບ້ຍລ້ຽງ, ແຕ່ຖ້າຜົນການຮຽນດີ ມີໂອກາດໄດ້ໃນປີຖັດໆໄປ
ວີຊ່າເຂົ້າປະເທດຟຣີ 1 ຄັ້ງ
ຄ່າເດິນທາງຟຣີ 1 ຖ້ຽວ
ໄປສົ່ງຮອດໂຮງຮຽນ
ສາຂາຮຽນ: ປະລິນຍາຕີ: ແພດປິ່ນປົວທົ່ວໄປ (Clinical Medicine), ແພດການຢາ (Clinical Pharmacy), ການຢາ (Pharmacy), ແພດປິ່ນປົວຊ່ອງປາກ (Stomatology), ປະດຸງຄັນ (Midwifery), ຄຸນນະພາບ ແລະ ຄວາມປອດໄພອາຫານ (Food Quality and Safety), ພະຍາບານ (Nursing). ສາຂາຮຽນປະລິນຍາໂທ: ແພດສາດ (Basic Medicine), ແພດປິ່ນປົວທົ່ວໄປ (Clinical Medicine), ການຢາ (Pharmacy).
ປິດຮັບສະໝັກ: 30.6.2026, ເລີ່ມຮຽນເດືອນ 9-10.2026
ເງື່ອນໄຂຜູ້ສະໝັກທຶນ: ນັກຮຽນ, ນັກສຶກສາ, ພະນັກງານ ແລະ ບຸກຄົນທົ່ວໄປ, ສະໝັກຮຽນປະລິນຍາຕີອາຍຸ 17-25 ປີ, ກຳລັງຮຽນ ມ.7 ຫຼື ຈົບ ມ.7 ຂຶ້ນໄປ; ສະໝັກຮຽນປະລິນຍາໂທ ອາຍຸບໍ່ເກີນ 35 ປີ, ຈົບປະລິນຍາຕີ. ບໍ່ເຄີຍຮຽນພາສາຈີນມາກ່ອນກໍສະໝັກໄດ້ ແລະ ບໍ່ຈຳເປັນຕ້ອງເສັງ CSCA.
ການດຳເນີນເອກະສານ: ເອກະສານທີ່ຕ້ອງປະກອບ ແລະ ຂັ້ນຕອນການສະໝັກ ມີຂໍ້ແນະນຳຕ່າງຫາກ.
ໂອກາດໄດ້ທຶນ: ສະໝັກແລ້ວ ມີໂອກາດໄດ້ທຶນ 100 %.
