B16: ທຶນຮຽນ ປ.ຕີ 4 ປີ 2026 上海政法学院

🌐ຊື່ໂຮງຮຽນ: ມະຫາວິທະຍາໄລນິຕິສາດຊຽງໄຮ້ 上海政法学院 Shanghai University of Political Science and Law ຕັ້ງຢູ່ນະອຄນຊຽງໄຮ້.

✳ທຶນແຂວງ ມີເງື່ອນໄຂດັ່ງນີ້:

✡ປະເພດ A:      

1️⃣ ຄ່າຮຽນຟຣີ

2️⃣ ຄ່າຫໍພັກຟຣີ

3️⃣ ຄ່າປະກັນໄພຟຣີ

4️⃣ ມີເບ້ຍລ້ຽງ 2,500 ຢວນ/ເດືອນ

✡ປະເພດ B:      

1️⃣ ຄ່າຮຽນຟຣີ

2️⃣ ຄ່າປະກັນໄພຟຣີ

 

✳ທຶນໂຄງການເສັ້ນທາງສາຍໄໝ ມີເງື່ອນໄຂດັ່ງນີ້:

✡ປະເພດ A:      

1️⃣ ຄ່າຮຽນຟຣີ

2️⃣ ຄ່າຫໍພັກຟຣີ

✡ປະເພດ B:      

1️⃣ ຄ່າຮຽນຟຣີ

ໝາຍເຫດ: ຄ່າຮຽນ 23,000 ຢວນ/ປີ, ຄ່າຫໍພັກ 9,000 ຢວນ/ປີ, ນອນ 2 ຄົນ/ຫ້ອງ ລະດັບໂຮງແຮມ.

⏩ ສາຂາຮຽນ: ຫຼັກສູດພາສາຈີນ: ກົດໝາຍສາກົນ 国际法, ເສດຖະສາດການເງິນ 经济与金融, ການຄ້າສາກົນ 国际经济与贸易, ພາສາຈີນທຸລະກິດ 商务中文, ການສຶກສາພາສາຈີນ 汉语国际教育, ການເມືອງການພົວພັນສາກົນ 国际政法. ຫຼັກສູດພາສາອັງກິດ: ກົດໝາຍ ແລະ ການຄ້າອອນລາຍ 电子商务与法律, ການຄ້າສາກົນ 国际经济与贸易, ການເມືອງການພົວພັນສາກົນ国际政法.

 

⏩ ເງື່ອນໄຂຜູ້ສະໝັກ: ນັກຮຽນ, ນັກສຶກສາ, ພະນັກງານ ແລະ ບຸກຄົນທົ່ວໄປ ທີ່ຖືສັນຊາດລາວ, ອາຍຸ 18-25 ປີ, ກຳລັງຮຽນ ມ.7 ຫຼື ຈົບ ມ.7 ຂຶ້ນໄປ; ຜົນການຮຽນໃນໄລຍະຜ່ານມາຢູ່ໃນລະດັບດີ ແລະ ໄດ້ພາສາຈີນໃນລະດັບກາງ ເຊິ່ງຕ້ອງມີ HSK4-210 ຂຶ້ນໄປ ສຳລັບຫຼັກສູດພາສາຈີນ, ຕ້ອງມີ ໄອແອລ 5.5 ຂຶ້ນໄປ ສຳລັບຫຼັກສູດພາສາອັງກິດ. (ສະເພາະທຶນແຂວງປະເພດ A ຕ້ອງມີ HSK5-200 ຂຶ້ນໄປ).

✡ ປິດຮັບສະໝັກ: 30.5.2026

✡ ເລີ່ມຮຽນເດືອນ 9-10.2026