ຊື່ໂຮງຮຽນ: ມະຫາວິທະຍາໄລການແພດຈີນກັນຊູ Gansu University of Chinese Medicine 甘肃中医药大学 ຕັ້ງຢູ່ເມືອງລານໂຈ ເທດສະບານແຂວງກັນຊູ.
ທຶນໂຄງການເສັ້ນທາງສາຍໄໝ 丝绸之路奖学金 ເປັນທຶນເຕັມຮ້ອຍ ມີເງື່ອນໄຂດັ່ງນີ້:
ປະເພດ A:
ຄ່າຮຽນຟຣີ
ຄ່າຫໍພັກຟຣີ
ໄດ້ເບ້ຍລ້ຽງ 1,200 ຢວນ/ເດືອນ
ວີຊ່າຟຣີ 1 ຄັ້ງ
ປະເພດ B:
ຄ່າຮຽນຟຣີ
ຄ່າຫໍພັກຟຣີ
ໄດ້ເບ້ຍລ້ຽງ 1,000 ຢວນ/ເດືອນ
ວີຊ່າຟຣີ 1 ຄັ້ງ
ປະເພດ C:
ຄ່າຮຽນຟຣີ
ຄ່າຫໍພັກຟຣີ
ໄດ້ເບ້ຍລ້ຽງ 800 ຢວນ/ເດືອນ
ວີຊ່າຟຣີ 1 ຄັ້ງ
ທຶນມະຫາວິທະຍາໄລ ມີເງື່ອນໄຂດັ່ງນີ້:
ຄ່າຮຽນຟຣີ
ຄ່າຫໍພັກຟຣີ
ວີຊ່າຟຣີ 1 ຄັ້ງ
ສາຂາຮຽນ: ແພດສາດຈີນ 中医学, ແພດສາດຈີນ-ຕາເວັນຕົກ 中西医临床医学, ພະຍາບານ 护理, ແພດພື້ນເມືອງຈີນ 中医药学, ການນວດແລະຝັງເຂັມ 针灸推拿学, ແພດປ້ອງກັນ Preventive Medicine, ການຄ້າສາກົນ. (ສະເພາະ ການຄ້າສາກົນ ຈະໄດ້ທຶນ: ຄ່າຮຽນ ແລະ ຄ່າຫໍພັກຟຣີ ເທົ່ານັ້ນ ບໍ່ມີເບ້ຍລ້ຽງ).
(ປ.ໂທ ແລະ ປ.ເອກ ກໍມີທຶນ ສາມາດສອບຖາມເພີ່ມເຕີມໄດ້)
ເງື່ອນໄຂຜູ້ສະໝັກ: ນັກຮຽນ-ນັກສຶກສາ, ພະນັກງານ ແລະ ບຸກຄົນທົ່ວໄປ, ອາຍຸ 17-25 ປີ, ຜົນການຮຽນຜ່ານມາໃນລະດັບດີ, ໄດ້ພາສາຈີນໃນລະດັບກາງ ເຊິ່ງຕ້ອງມີ HSK4-200 ຄະແນນຂຶ້ນໄປ ແລະ ຕ້ອງມີຄະແນນ CSCA.
ວິທີສະໝັກ: ເອກະສານທີ່ຕ້ອງປະກອບ ແລະ ຂັ້ນຕອນການສະໝັກ ມີຂໍ້ແນະນຳຕ່າງຫາກ.
ໝົດເຂດສະໝັກ: 15.6.2026
ເລີ່ມຕົ້ນຮຽນ: 9.2026.
