ຊື່ໂຮງຮຽນ: ມະຫາວິທະຍາໄລອຸດສາຫະກຳຊີເປີຍ 西北工业大 Northwestern
Polytechnical University ຕັ້ງຢູ່ໃຈກາງເມືອງຊີອ່ານ ແຂວງຊານຊີ. ເປັນມະຫາວິທະຍາໄລທີ່ຕິດໂຄງການ
985, ໂຄງການ 211, 111 ແລະ Double first
class. 西北工业大是国重点大学;位列国家“双一流”、“985工程”、“211工程”,“七五”“八五”均被国务院列为国家重点建设高校之一,入选“2011计划”、“111计划”.
ທຶນລັດຖະບານ ຫຼື CSC ມີເງື່ອນໄຂດັ່ງນີ້:
ຄ່າຮຽນຟຣີ
ຄ່າຫໍພັກຟຣີ
ຄ່າປະກັນໄພຟຣີ
ມີເບ້ຍລ້ຽງ 2,500 ຢວນ/ເດືອນ
ທຶນເມືອງຊີອ່ານ ປະເມີນ ແລະ ໃຫ້ທຶນປີຕໍ່ປີ ມີເງື່ອນໄຂດັ່ງນີ້:
ປະເພດ A: ຄ່າຮຽນຟຣີ, ຄ່າຫໍພັກຟຣີ, ມີເບ້ຍລ້ຽງ 1,500 ຢວນ/ເດືອນ, ໄດ້ 12 ເດືອນ
ປະເພດ B: ຄ່າຮຽນຟຣີ, ມີເບ້ຍລ້ຽງ 1,500 ຢວນ/ເດືອນ, ໄດ້ 10 ເດືອນ
ປະເພດ C: ຍົກເວັ້ນຄ່າຮຽນ 50%, ມີເບ້ຍລ້ຽງ 1,500 ຢວນ/ເດືອນ,ໄດ້ 10 ເດືອນ
ທຶນມະຫາວິທະຍາໄລ ປະເມີນ ແລະ ໃຫ້ທຶນປີຕໍ່ປີ ມີເງື່ອນໄຂດັ່ງນີ້:
ປະເພດ A: ຄ່າຮຽນຟຣີ, ຄ່າຫໍພັກຟຣີ, ມີເບ້ຍລ້ຽງ 1,500 ຢວນ/ເດືອນ, ໄດ້ 12 ເດືອນ
ປະເພດ B: ຄ່າຮຽນຟຣີ
ປະເພດ C: ຍົກເວັ້ນຄ່າຮຽນ 50%
ຄ່າຮຽນ: ຄ່າຮຽນຫຼັກສູດພາສາຈີນ: 22,000 ຢວນ/ປີ, ຄ່າຮຽນຫຼັກສູດພາສາອັງກິດ: 25,000 ຢວນ/ປີ
ຄ່າຫໍພັກ: ຕຽງຄູ່ 7,200 ຢວນ/ປີ, 3 ຕຽງ 5,400 ຢວນ/ປີ
ສາຂາຮຽນ:
ຫຼັກສູດພາສາຈີນ: ວິສະວະກຳວັດສະດຸ 材料科学与工程, ວິສະວະກຳໂທລະຄົມ 通信工程, ວິສະວະກຳໂປຣແກມ 软件工程, ເສດຖະສາດການຄ້າສາກົນ 国际经济与贸易.
ຫຼັກສູດພາສາອັງກິດ: ວິສະວະກຳການບິນ 航空航天工程, ວິສະວະກຳຂໍ້ມູນຂ່າວສານ 电子信息工程, ອີເລັກໂຕຼນິກ ແລະ ເຄື່ອງອັດຕາໂນມັດ 电气工程及其自动化, ໄອທີ 计算机科学与技术, ບໍລິຫານທຸລະກິດ 工商管理, ພາສອັງກິດ 英语.
ເງື່ອນໄຂຜູ້ສະໝັກ: ນັກຮຽນ, ນັກສຶກສາ, ພະນັກງານ ແລະ ບຸກຄົນທົ່ວໄປ, ອາຍຸ 18-25 ປີ, ກຳລັງຮຽນ ຫຼື ຈົບ ມ.7 ຂຶ້ນໄປ; ຜົນການຮຽນໃນໄລຍະຜ່ານມາຢູ່ໃນລະດັບດີ ແລະ ໄດ້ພາສາຈີນໃນລະດັບດີ ເຊິ່ງຕ້ອງມີ HSK5–180 ຂຶ້ນໄປ ສຳລັບຫຼັກສູດພາສາຈີນ, ຕ້ອງມີໄອແອລ 6.0 ຂຶ້ນໄປ ສຳລັບຫຼັກສູດພາສາອັງກິດ ແລະ ຕ້ອງມີຄະແນນ CSCA.
ປິດຮັບສະໝັກ: ຊຸດທີ 1: 15.1.2026, ຊຸດທີ 2: 15.3.2026, ຊຸດທີ 3: 15.4.2026, ຊຸດທີ 4: 20.5.2026
ເລີ່ມຮຽນເດືອນ 9-10.2026
