ຊື່ໂຮງຮຽນ: ວິທະຍາໄລບໍລິຫານທຸລະກິດຊຽງໄຮ້ 上海商学院 Shanghai Business School ຕັ້ງຢູ່ນະອຄນຊຽງໄຮ້ ເປັນສະຖາບັນການສຶກສາຊັ້ນສູງແຫ່ງໜຶ່ງ ທີ່ມີນັກສຶກສາຕ່າງປະເທດນິຍົມໄປຮຽນລຫຼາຍ.
ທຶນແຂວງ ມີເງື່ອນໄຂດັ່ງນີ້:
ປະເພດ A:
ຄ່າຮຽນຟຣີ
ຄ່າຫໍພັກຟຣີ
ຄ່າປະກັນໄພຟຣີ
ມີເບ້ຍລ້ຽງ 2,500 ຢວນ/ເດືອນ
ປະເພດ B:
ຄ່າຮຽນຟຣີ
ຄ່າປະກັນໄພຟຣີ
ທຶນໂຮງຮຽນ ມີເງື່ອນໄຂດັ່ງນີ້:
ປະເພດ A:
ຄ່າຮຽນຟຣີ
ຄ່າຫໍພັກຟຣີ
ມີເບ້ຍລ້ຽງ 1,200 ຢວນ/ເດືອນ
ປະເພດ B:
ຄ່າຮຽນຟຣີ
ຄ່າປະກັນໄພຟຣີ
ມີເບ້ຍລ້ຽງ 1,200 ຢວນ/ເດືອນ
ປະເພດ C:
ຄ່າຮຽນຟຣີ
ຄ່າປະກັນໄພຟຣີ
ມີເບ້ຍລ້ຽງ 600 ຢວນ/ເດືອນ
ປະເພດ D:
ຄ່າຮຽນຟຣີ
ຄ່າປະກັນໄພຟຣີ
ໝາຍເຫດ: ຄ່າຫໍພັກ 8,400-11,200 ຢວນ/ປີ ຂຶ້ນກັບລະດັບຫ້ອງ
ສາຂາຮຽນ: ຫຼັກສູດພາສາຈີນ: ການຕະຫຼາດ, ການບໍລິຫານຊັບສິນ, ການບັນຊີ, ການບໍລິຫານການຂາຍຍ່ອຍ, ການຄ້າອອນລາຍ, ບໍລິຫານໂຮງແຮມ. ຫຼັກສູດພາສາອັງກິດ: ບໍລິຫານທຸລະກິດ, ບໍລິຫານໂຮງແຮມ, ການເງິນ.
ເງື່ອນໄຂຜູ້ສະໝັກ: ນັກຮຽນ, ນັກສຶກສາ, ພະນັກງານ ແລະ ບຸກຄົນທົ່ວໄປ, ອາຍຸ 18-25 ປີ, ກຳລັງຮຽນ ຫຼື ຈົບ ມ.7 ຂຶ້ນໄປ; ຜົນການຮຽນໃນໄລຍະຜ່ານມາຢູ່ໃນລະດັບດີ ແລະ ໄດ້ພາສາຈີນໃນລະດັບກາງ ເຊິ່ງຕ້ອງມີ HSK4–230 ຂຶ້ນໄປ ສຳລັບຫຼັກສູດພາສາຈີນ, ຕ້ອງມີ ໄອແອລ 6.0 ຂຶ້ນໄປ ສຳລັບຫຼັກສູດພາສາອັງກິດ. (ສະເພາະທຶນແຂວງປະເພດ A ຕ້ອງມີ HSK5-220 ຂຶ້ນໄປ) ແລະ ທຸກປະເພດທຶນຕ້ອງມີຄະແນນ CSCA.
ປິດຮັບສະໝັກ: ວັນທີ 30.5.2026
ເລີ່ມຮຽນເດືອນ 9.2026.
