A55: ທຶນຮຽນ ປ.ຕີ ແພດສາດ 4-5 ປີ 甘肃中医药大学

🌐 ຊື່ໂຮງຮຽນ: ມະຫາວິທະຍາໄລການແພດຈີນກັນຊູ Gansu University of Chinese Medicine 甘肃中医药大学 ຕັ້ງຢູ່ເມືອງລານໂຈ ເທດສະບານແຂວງກັນຊູ.

ທຶນໂຄງການເສັ້ນທາງສາຍໄໝ 丝绸之路奖学金 ເປັນທຶນເຕັມຮ້ອຍ ເຊິ່ງມີເງື່ອນໄຂດັ່ງນີ້:

ປະເພດ A:      

1️⃣ຄ່າຮຽນຟຣີ

2️⃣ຄ່າຫໍພັກຟຣີ

3️⃣ໄດ້ເບ້ຍລ້ຽງ 1,200 ຢວນ/ເດືອນ  

ປະເພດ B:     

1️⃣ຄ່າຮຽນຟຣີ

2️⃣ຄ່າຫໍພັກຟຣີ

3️⃣ໄດ້ເບ້ຍລ້ຽງ 1,000 ຢວນ/ເດືອນ 

ປະເພດ C:     

1️⃣ຄ່າຮຽນຟຣີ

2️⃣ຄ່າຫໍພັກຟຣີ

3️⃣ໄດ້ເບ້ຍລ້ຽງ 800 ຢວນ/ເດືອນ 

ສາຂາຮຽນ: ພະຍາບານ, ການຢາ, ແພດສາດປິ່ນປົວທົ່ວໄປ (中西医临床医学), ການແພດຈີນ, ຢາພື້ນເມືອງຈີນ, ການນວດແລະຝັງເຂັມ, ແພດປ້ອງກັນ (Preventive Medicine), ການຄ້າສາກົນ. (ສະເພາະສາຂາການຄ້າສາກົນ ຄ່າຮຽນ ແລະ ຄ່າຫໍພັກຟຣີ ແຕ່ບໍ່ມີເບ້ຍລ້ຽງ).

(ປ.ໂທ ແລະ ປ.ເອກ ກໍມີທຶນ ສາມາດສອບຖາມເພີ່ມເຕີມໄດ້)

ເງື່ອນໄຂຜູ້ສະໝັກ: ນັກຮຽນ-ນັກສຶກສາ, ພະນັກງານ ແລະ ບຸກຄົນທົ່ວໄປ ທີ່ຖືສັນຊາດລາວ, ອາຍຸ 18-25 ປີ, ຜົນການຮຽນຜ່ານມາໃນລະດັບດີ ແລະ ຖ້າໄດ້ພາສາຈີນໃນລະດັບກາງ ເຊິ່ງມີ HSK4 ຂຶ້ນໄປແມ່ນເຂົ້າສາຍເລີຍ ຈະໄດ້ທຶນເຕັມ. ຖ້າບໍ່ມີ HSK4 ເທື່ອ ແມ່ນຈະໄດ້ກຽມພາສາ 1 ປີກ່ອນ ໄລຍະກຽມພາສາ 1 ປີ ຈະໄດ້ທຶນຄ່າຮຽນຟຣີ ແລະ ຫໍພັກຟຣີ, ແຕ່ບໍ່ມີເບ້ຍລ້ຽງ. ເສັງຜ່ານ 4 ຈີ ເຂົ້າສາຍຈຶ່ງໄດ້ເບ້ຍລ້ຽງ.

ວິທີສະໝັກ: ເອກະສານທີ່ຕ້ອງປະກອບ ແລະ ຂັ້ນຕອນການສະໝັກ ມີຂໍ້ແນະນຳຕ່າງຫາກ.
ໝົດເຂດສະໝັກ: 30.5.2025
ເລີ່ມຕົ້ນຮຽນ: 9.2025.