A33: ທຶນຮຽນຊັ້ນສູງ 3 ປີ
ຊື່ໂຮງຮຽນ: ວິທະຍາໄລເຕັກນິກຢີ້ປິ່ນ 宜宾职业技术学院 Yibin Vocational and Technical College ຕັ້ງຢູ່ເມືອງຢີ້ປິ່ນ ແຂວງເສສວນ.
ປະເພດທຶນ: ເປັນທຶນໂຮງຮຽນ ເຊິ່ງມີເງື່ອນໄຂດັ່ງນີ້:
ໄລຍະຮຽນ 3 ປີ: ປີທີ 1 ກຽມພາສາ + ລົງເລິກວິຊາສະເພາະ 2 ປີ
ຄ່າຮຽນຟຣີ 3 ປີ
ຄ່າຫໍພັກຟຣີ 3 ປີ
ມີເບ້ຍລ້ຽງ 600 ຢວນ/ເດືອນ
ວີຊ່າເຂົ້າປະເທດຟຣີ 1 ຄັ້ງ
ຄ່າເດິນທາງຟຣີ 1 ຖ້ຽວ
ໄປສົ່ງຮອດໂຮງຮຽນ
ສາຂາຮຽນ: ບໍລິຫານການຂົນສົ່ງ, ເຕັກນິກລົດໄຟ, ສັດຕະວັດແພດ, ແລະ ຄວາມປອດໄພດ້ານອາຫານ
ໂຄຕ້າທຶນ: 30 ທຶນ
ປິດຮັບສະໝັກ: 30.6.2026, ເລີ່ມຮຽນ ເດືອນ 9-10.2026
ເງື່ອນໄຂຜູ້ສະໝັກ: ນັກຮຽນ-ນັກສຶກສາ, ພະນັກງານ ແລະ ບຸກຄົນທົ່ວໄປ, ອາຍຸ 18-25 ປີ, ກຳລັງຮຽນ ຫຼື ຈົບ ມ.7 ຂຶ້ນໄປ, ຕ້ອງມີຄວາມຮູ້ພື້ນຖານພາສາຈີນທຽບເທົ່າກັບລະດັບ HSK3 ຈີ.
ວິທີສະໝັກ: ເອກະສານທີ່ຕ້ອງປະກອບ ແລະ ຂັ້ນຕອນການສະໝັກ ມີຂໍ້ແນະນຳຕ່າງຫາກ.
