B6: ທຶນ ປ.ຕີ 4 ປີ ຫຼັກສູດອິນເຕີ 南方科技大学 ເສີນເຈີ້ນ 2026

⏩ A32: ທຶນຮຽນປະລິນຍາຕີ 4 ປີ

✳ ຊື່ໂຮງຮຽນ: ມະຫາວິທະຍາໄລເທັກໂນໂລຊີພາກໃຕ້ 南方科技大学 Southern University of Science and Technology ຕັ້ງຢູ່ເຂດເສດຖະກິດພິເສດເສີນເຈີ້ນ ແຂວງກວາງຕຸ້ງ.

✳ ປະເພດທຶນ: ທຶນໂຄງການ ປະລິນຍາຕີ 4 ປີ ຫຼັກສູດອິນເຕີ ເຊິ່ງມີເງື່ອນໄຂດັ່ງນີ້:

1️⃣ ຄ່າຮຽນຟຣີ

2️⃣ ຄ່າຫໍພັກຟຣີ

3️⃣ ຄ່າປະກັນໄພຟຣີ

4️⃣ ມີເງິນເບ້ຍລ້ຽງ 2,500 ຢວນ/ເດືອນ.

⏩ ສາຂາຮຽນຫຼັກສູດລະບົບພາສາອັງກິດ: ໄອທີ-ຂໍ້ມູນຂ່າວສານ, ວິສະວະກຳການແພດປັນຍາປະດິດ, ພະລັງງານສະອາດ,
ການເງິນ, ວິສະວະກຳການເງິນ, ການອອກແບບອຸດສາຫະກຳ, ເຕັກໂນໂລຊີອັດຕາໂນມັດ.
.

⏩ ເງື່ອນໄຂຜູ້ສະໝັກ: ນັກຮຽນ, ນັກສຶກສາ, ພະນັກງານ ແລະ ບຸກຄົນທົ່ວໄປອາຍຸ 18-25 ປີ, ກຳລັງຮຽນ ຫຼື ຈົບ ມ.7; ຜົນການຮຽນໃນໄລຍະຜ່ານມາຢູ່ໃນລະດັບດີ ເຊິ່ງຄະແນນສະເລ່ຍ 8.0 ຂຶ້ນໄປ, ໄດ້ພາສາອັງກິດໃນລະດັບດີ ເຊິ່ງຕ້ອງມີ IELTS 6.0 ຂຶ້ນໄປ ແລະ ຕ້ອງໄດ້ເສັງ CSCA – ຄະນິດສາດ.

✡ ໂຄຕ້າທຶນ: 5 ທຶນ

✴ ປິດຮັບສະໝັກ: ນັບແຕ່ມື້ປະກາດຈົນຮອດວັນທີ 10.4.2026, ເລີ່ມຮຽນເດືອນ 9.2026

⏩ ເອກະສານ: ເອກະສານທີ່ຕ້ອງປະກອບ ແລະ ຂັ້ນຕອນການສະໝັກ ມີຂໍ້ແນະນຳຕ່າງຫາກ.