ທຶນຮຽນ ປ.ຕີ 南方科技大学 Southern University of Science and Technology ເສີນເຈີ້ນ ກວາງຕຸ້ງ 2025

A32: ທຶນຮຽນປະລິນຍາຕີ 4 ປີ

 ຊື່ໂຮງຮຽນ: ມະຫາວິທະຍາໄລເທັກໂນໂລຊີພາກໃຕ້ 南方科技大学 Southern University of Science and Technology ຕັ້ງຢູ່ເຂດເສດຖະກິດພິເສດເສີນເຈີ້ນ ແຂວງກວາງຕຸ້ງ.

ປະເພດທຶນ: ທຶນໂຄງການ ເຊິ່ງມີເງື່ອນໄຂດັ່ງນີ້:

1️⃣ ຄ່າຮຽນຟຣີ

2️⃣ ຄ່າຫໍພັກຟຣີ

3️⃣ ຄ່າປະກັນໄພຟຣີ

4️⃣ ມີເງິນເບ້ຍລ້ຽງ 2,500 ຢວນ/ເດືອນ.

ສາຂາຮຽນຫຼັກສູດລະບົບພາສາອັງກິດ: ໄອທີ, ພະລັງງານສະອາດ, ການເງິນ, ກົນຈັກ, ວິສະວະກຳການບິນ, ເອໄອ  ແລະ ອື່ນໆອີກຫຼາຍສາຂາ.

ເງື່ອນໄຂຜູ້ສະໝັກ: ນັກຮຽນ, ນັກສຶກສາ, ພະນັກງານ ແລະ ບຸກຄົນທົ່ວໄປ ທີ່ຖືສັນຊາດລາວອາຍຸ 18-25 ປີ, ຈົບ ມ.7 ຫຼື ກຳລັງຮຽນ ມ.7; ຜົນການຮຽນໃນໄລຍະຜ່ານມາຢູ່ໃນລະດັບດີ ເຊິ່ງຄະແນນສະເລ່ຍ 7.5 ຂຶ້ນໄປ ແລະ ໄດ້ພາສາອັງກິດໃນລະດັບດີ ເຊິ່ງຕ້ອງມີ IELTS 6.0 ຂຶ້ນໄປ.

✡ ໂຄຕ້າທຶນ: 15 ທຶນ

ເວລາສະໝັກ: ນັບແຕ່ມື້ປະກາດຈົນຮອດວັນທີ 30.4.2025, ເລີ່ມຮຽນເດືອນ 9.2025

ເອກະສານ: ເອກະສານທີ່ຕ້ອງປະກອບ ແລະ ຂັ້ນຕອນການສະໝັກ ມີຂໍ້ແນະນຳຕ່າງຫາກ.