ທຶນຮຽນ ປ.ຕີ 西南大学 Southwest University ຊົງຊີ້ງ 2025

A62: ທຶນຮຽນປະລິນຍາຕີ 4 ປີ

ຊື່ໂຮງຮຽນ: ມະຫາວິທະຍາໄລຊີນານ 西南大学 Southwest University ຕັ້ງຢູ່ໃຈກາງນະຄອນຊົງຊີ້ງ. ເປັນມະຫາວິທະຍາໄລທີ່ດີ ຈັດຢູ່ແຖວໜ້າຂອງປະເທດຈີນ ເຊິ່ງຕິດໂຄງການ 985, ໂຄງການ 211 ແລະ  Double first class ລະດັບຊາດ.

ປະເພດທຶນ: ທຶນໂຄງການເສັ້ນທາງສາຍໄໝ 丝路奖学金 ເຊິ່ງມີເງື່ອນໄຂດັ່ງນີ້:

ປະເພດ A: 

1️⃣ ຄ່າຮຽນຟຣີ

2️⃣ ໄດ້ຈ່າຍຄ່າຫໍພັກ 6,000 ຢວນ/ປີ 4 ຄົນ/ຫ້ອງ, 9,000 ຢວນ/ປີ 2 ຄົນ/ຫ້ອງ, 12,000 ຢວນ/ປີ 1 ຄົນ/ຫ້ອງ.

3️⃣ ມີເງິນເບ້ຍລ້ຽງ 1,100 ຢວນ/ເດືອນ.

4️⃣ ວີຊ່າຟຣີ 1 ຄັ້ງ.

ປະເພດ B:

1️⃣ ຄ່າຮຽນຟຣີ

2️⃣ ໄດ້ຈ່າຍຄ່າຫໍພັກ 6,000 ຢວນ/ປີ 4 ຄົນ/ຫ້ອງ, 9,000 ຢວນ/ປີ 2 ຄົນ/ຫ້ອງ, 12,000 ຢວນ/ປີ 1 ຄົນ/ຫ້ອງ.

3️⃣ ວີຊ່າຟຣີ 1 ຄັ້ງ.

ສາຂາຮຽນ: ຜູ້ທີ່ມີ HSK4: ພາສາຈີນ, Visual Communication Design, ການອອກແບບສວນສາທາລະນະ, ການອອກແບບເສື້ອຜ້າ, ເທັກໂນໂລຊີລ້ຽງສັດ.  ຜູ້ທີ່ມີ HSK5: ນັກຂ່າວ, ວິສະວະກຳໂທລະຄົມ, ບໍລິຫານທຸລະກິດ, ເສດຖະສາດ, ການເງິນ, ການບໍລິຫານຄຸ້ມຄອງ, ກົດໝາຍ, ເທັກໂນໂລຊີອາຫານ.


ເງື່ອນໄຂຜູ້ສະໝັກ: ນັກຮຽນ, ນັກສຶກສາ, ພະນັກງານ ແລະ ບຸກຄົນທົ່ວໄປ ທີ່ຖືສັນຊາດລາວອາຍຸ 18-25 ປີ, ກຳລັງຮຽນ ມ.7 ຫຼື ຈົບ ມ.7 ຂຶ້ນໄປ; ຜົນການຮຽນໃນໄລຍະຜ່ານມາຢູ່ໃນລະດັບດີ ແລະ ໄດ້ພາສາຈີນໃນລະດັບດີ ເຊິ່ງຕ້ອງມີ HSK4-200 ຫຼື HSK5-180 ຂຶ້ນໄປ.

✡ ໂຄຕ້າທຶນ:  30 ທຶນ

ປິດຮັບສະໝັກ: ວັນທີ 10.6.2025, ເລີ່ມຮຽນເດືອນ 9.2025

ເອກະສານ: ເອກະສານທີ່ຕ້ອງປະກອບ ແລະ ຂັ້ນຕອນການສະໝັກ ມີຂໍ້ແນະນຳຕ່າງຫາກ.