A54: ທຶນຮຽນ ປ.ຕີ 4 ປີ 2025 华南理工大学

🌐 ຊື່ໂຮງຮຽນ: ມະຫາວິທະຍາໄລເທັກໂນໂລຊີຮວານານ 华南理工大学 South China University of Technology ຕັ້ງຢູ່ເມືອງກວາງໂຈ ເທດສະບານແຂວງກວາງຕຸ້ງ, ເປັນມະຫາວິທະຍາໄລທີ່ຕິດໂຄງການ 985, ໂຄງການ 211 ແລະ  Double first class  位列国家双一流 211工程985工程”.


ທຶນມະຫາວິທະຍາໄລ ມີເງື່ອນໄຂດັ່ງນີ້:

ປະເພດ A: ໄດ້ເງິນອຸດໜູນ 10,000 ຢວນ/ປີ

ປະເພດ B: ຄ່າຮຽນຟຮີ

ປະເພດ C: ຫຼຸດຄ່າຮຽນເຄິ່ງໜຶ່ງ

 

ໝາຍເຫດ: ຄ່າຮຽນ 18,500-26,000 ຢວນ/ປີ ຂຶ້ນກັບສາຂາຮຽນ; ຄ່າຫໍພັກ 3,500-9,800 ຢວນ/ປີ ຂຶ້ນກັບລະດັບຫ້ອງ.

 

ສາຂາຮຽນ: ຫຼັກສູດພາສຈີນ: ກົນຈັກ, ສະຖາປັດ, ວັດສະດຸ, ບໍລິຫານທຸລະກິດ, ການບັນຊີ, ເສກຖະສາດ, ບໍລິຫານການທ່ອງທ່ຽວ,
ພາສາຈີນ, ກົດໝາຍ, ມີເດຍແລະຂ່າວ, ການບໍລິຫານຄຸ້ມຄອງ, ວິສະວະກຳໂປຣແກມ, ຄວາມປອດໄພອາຫານ, ໄອທີ.
ຫຼັກສູດພາສາອັງກິດ: ໄອທີ, ການຄ້າສາກົນ

ເງື່ອນໄຂຜູ້ສະໝັກ: ນັກຮຽນ, ນັກສຶກສາ, ພະນັກງານ ແລະ ບຸກຄົນທົ່ວໄປ ທີ່ຖືສັນຊາດລາວອາຍຸ 18-25 ປີ, ກຳລັງຮຽນ ມ.7 ຫຼື ຈົບ ມ.7 ຂຶ້ນໄປ; ຜົນການຮຽນໃນໄລຍະຜ່ານມາຢູ່ໃນລະດັບດີ ແລະ ໄດ້ພາສາຈີນໃນລະດັບກາງ ເຊິ່ງຕ້ອງມີ HSK4180 ຂຶ້ນໄປ ສຳລັບສາຍທຳມະຊາດ, HSK5180 ຂຶ້ນໄປ ສຳລັບສາຍສັງຄົມ, ແລະ ໄອແອລ 5.5 ຂຶ້ນໄປ ສຳລັບຫຼັກສູດພາສາອັງກິດ.

 

🌐ປິດຮັບສະໝັກ: ວັນທີ 30.6.2025
🌐ເລີ່ມຮຽນເດືອນ 9-10.2025.