✅ ຊື່ໂຮງຮຽນ: ວິທະຍາໄລເສດຖະສາດການເງິນກວາງຊີ 广西财经学院 Guangxi University of Finance and Economics ເມືອງນານນິງ ແຂວງກວາງຊີ.
✅ ເງື່ອນໄຂທຶນມີດັ່ງນີ້:
1️⃣ ຄ່າຮຽນຟຣີ 4-5 ປີ
2️⃣ ຄ່າຫໍພັກຟຣີ 4-5 ປີ
3️⃣ ວີຊ່າເຂົ້າປະເທດຟຣີ 1 ຄັ້ງ
4️⃣ ປີ້ຍົນຟຣີ 1 ຖ້ຽວ
5️⃣ ບໍ່ມີເບ້ຍລ້ຽງ
⏩ ເງື່ອນໄຂຜູ້ສະໝັກ: ອາຍຸ 18-25 ປີ, ຄະແນນເສັງຈົບ ມ.7 ໃນລະດັບດີ ຖ້າໄດ້ພາສາຈີນໃນລະດັບກາງ ເຊິ່ງມີ HSK4-180 ຄະແນນຂຶ້ນໄປ ຈະໄດ້ຂຶ້ນສາຍເລີຍ ຮຽນ 4 ປີຈົບປະລິນຍາຕີ. (ສຳລັບຜູ້ທີ່ບໍ່ທັນມີລະດັບພາສາຈີນ ກໍສະໝັກໄດ້ ເຊິ່ງຈະໄດ້ກຽມພາສາກ່ອນ 1 ປີ, ໄລຍະກຽມພາສາ 1 ປີ ກໍຈະໄດ້ທຶນເຕັມດັ່ງກ່າວເຊັ່ນກັນ ຈະໄດ້ຮຽນ 5 ປີ).
⏩ ສາຂາຮຽນ: ເສດຖະສາດ-ສະຖິຕິ (经济统计学)(Economic Statistics)
⏩ ວິທີສະໝັກ: ມີຂໍ້ແນະນຳຕ່າງຫາກ.
✅ ປິດຮັບສະໝັກ: 10.5.2025, ເຂົ້າຮຽນເດືອນ 9.2025