ຊື່ໂຮງຮຽນ: ມະຫາວິທະຍາໄລຊີນານ 西南大学 Southwest University ຕັ້ງຢູ່ໃຈກາງນະຄອນຊົງຊີ້ງ ເປັນມະຫາວິທະຍາໄລທີ່ມີຊື່ສຽງແຫ່ງໜຶ່ງ ເຊິ່ງຢູ່ໃນໂຄງການ 985, ໂຄງການ 211 ແລະ Double first class ລະດັບຊາດ.
ທຶນໂຄງການເສັ້ນທາງສາຍໄໝ 丝路奖学金 ເຊິ່ງມີເງື່ອນໄຂດັ່ງນີ້:
ປະເພດA:
ຄ່າຮຽນ ແລະ ຄ່າປະກັນໄພຟຣີ
ໄດ້ຈ່າຍຄ່າຫໍພັກ 6,000ຢ/ປີ 4ຄົນ/ຫ້ອງ, 9,000ຢ/ປີ 2 ຄົນ/ຫ້ອງ, 12,000ຢ/ປີ 1 ຄົນ/ຫ້ອງ.
ມີເງິນເບ້ຍລ້ຽງ 1,100 ຢວນ/ເດືອນ.
ວີຊ່າຟຣີ 1 ຄັ້ງ.
ປະເພດ B:
ຄ່າຮຽນ ແລະ ຄ່າປະກັນໄພຟຣີ
ໄດ້ຈ່າຍຄ່າຫໍພັກ 6,000ຢ/ປີ 4ຄົນ/ຫ້ອງ, 9,000ຢ/ປີ 2 ຄົນ/ຫ້ອງ, 12,000ຢ/ປີ 1 ຄົນ/ຫ້ອງ.
ວີຊ່າຟຣີ 1 ຄັ້ງ.
ສາຂາຮຽນ: ການສຶກສາພາສາຈີນ, ການເຮັດສື່ມີເດຍ, ການອອກແບບສວນສາທາລະນະ, ການອອກແບບເສື້ອຜ້າ, ເທັກໂນໂລຊີສັດລ້ຽງ, ນັກຂ່າວ,
ວິສະວະກຳໂທລະຄົມ, ບໍລິຫານທຸລະກິດ, ເສດຖະສາດ, ການເງິນ, ການບໍລິຫານຄຸ້ມຄອງ, ກົດໝາຍ, ເທັກໂນໂລຊີອາຫານ.
ເງື່ອນໄຂຜູ້ສະໝັກ: ນັກຮຽນ, ນັກສຶກສາ, ພະນັກງານ ແລະ ບຸກຄົນທົ່ວໄປ ທີ່ຖືສັນຊາດລາວ, ອາຍຸ 18-25 ປີ, ກຳລັງຮຽນ ມ.7 ຫຼື ຈົບ ມ.7 ຂຶ້ນໄປ; ຜົນການຮຽນໃນໄລຍະຜ່ານມາຢູ່ໃນລະດັບດີ ແລະ ຕ້ອງມີ HSK5-200 ຂຶ້ນໄປ. ສຳລັບສາຂາ ການສຶກສາພາສາຈີນ HSK4-220 ຂຶ້ນໄປ ກໍສະໝັກໄດ້.
ປິດຮັບສະໝັກ: 30.5.2026
ເລີ່ມຮຽນເດືອນ 9.2026
