A56: ທຶນຮຽນ ປ.ຕີ 4 ປີ 2025 Chengdu Technological University

🌐 ຊື່ໂຮງຮຽນ: ມະຫາວິທະຍາໄລອຸດສາຫະກຳເຊີງຕູ່ 成都工业学院 Chengdu Technological University ຕັ້ງຢູ່ເມືອງເຊີງຕູ່ ເທດສະບານແຂວງເສສວນ.

ເປັນທຶນມະຫາວິທະຍາໄລ ເຊິ່ງມີເງື່ອນໄຂດັ່ງນີ້:

ປະເພດ A:     

1️⃣ຄ່າຮຽນຟຣີ

2️⃣ຄ່າຫໍພັກຟຣີ

ປະເພດ B:     

1️⃣ຄ່າຮຽນຟຣີ

ປະເພດ C:     

1️⃣ຫຼຸດຄ່າຮຽນເຄິ່ງໜຶ່ງ

ໝາຍເຫດ: ຄ່າຮຽນ 16,000 ຢວນ/ປີ, ຄ່າຫໍພັກ 2,100 ຢວນ/ປີ, ນອນ 4 ຄົນ/ຫ້ອງ

ສາຂາຮຽນ: ທຸລະກິດສາກົນ, ໄອທີ-ຄອມພິວເຕີ

ເງື່ອນໄຂຜູ້ສະໝັກ: ນັກຮຽນ-ນັກສຶກສາ, ພະນັກງານ ແລະ ບຸກຄົນທົ່ວໄປ ທີ່ຖືສັນຊາດລາວ, ອາຍຸ 18-22 ປີ, ຜົນການຮຽນຜ່ານມາໃນລະດັບດີ ແລະ ໄດ້ພາສາຈີນໃນລະດັບຕົ້ນ ເຊິ່ງມີ HSK3-180 ຂຶ້ນໄປ ແລະ ມີຄະແນນ ໄອແອລ 5.0 ຂຶ້ນໄປ ເປັນຫຼັກສູດທີ່ຮຽນຄວບຄູ່ກັນລະຫວ່າງ ພາສາຈີນ ແລະ ພາສາອັງກິດ.

ວິທີສະໝັກ: ເອກະສານທີ່ຕ້ອງປະກອບ ແລະ ຂັ້ນຕອນການສະໝັກ ມີຂໍ້ແນະນຳຕ່າງຫາກ.

ໝົດເຂດສະໝັກ: 30.6.2025

ເລີ່ມຕົ້ນຮຽນ: 9.2025.