A48: ທຶນຮຽນ ປ.ຕີ 4 ປີ 2025 北京理工大学 ປັກກິ່ງ

ຊື່ໂຮງຮຽນ: ມະຫາວິທະຍາໄລເທັກໂນໂລຢີປັກກິ່ງ 北京理工大学Beijing Institute of Technology ຕັ້ງຢູ່ນະຄອນຫຼວງປັກກິ່ງ, ເປັນມະຫາວິທະຍາໄລທີ່ນອນໃນທອບ 10 ຂອງຈີນ ເຊິ່ງຕິດໂຄງການ 985, 211 ແລະ Double first class ລະດັບຊາດ ແລະ Double first class ລະດັບ A ຂອງໂລກ.

ປະເພດທຶນ 1:  ເປັນທຶນມະຫາວິທະຍາໄລ ເຊິ່ງມີເງື່ອນໄຂດັ່ງນີ້:

1️⃣ ຄ່າຮຽນຟຣີ 4 ປີ

2️⃣ ຄ່າຫໍພັກຟຣີ 4 ປີ

3️⃣ ວີຊ່າຟຣີ 1 ຄັ້ງ

ປະເພດທຶນ 2: ເປັນທຶນມະຫາວິທະຍາໄລ ເຊິ່ງມີເງື່ອນໄຂດັ່ງນີ້:

1️⃣ ຄ່າຮຽນຟຣີ 1 ປີ

2️⃣ ຄ່າຫໍພັກຟຣີ 1 ປີ

3️⃣ ວີຊ່າຟຣີ 1 ຄັ້ງ

ປະເພດທຶນ 3: ເປັນທຶນມະຫາວິທະຍາໄລ ເຊິ່ງມີເງື່ອນໄຂດັ່ງນີ້:

1️⃣ ຄ່າຮຽນຟຣີ 1 ປີ

2️⃣ ວີຊ່າຟຣີ 1 ຄັ້ງ

 

ສາຂາຮຽນ: ຫຼັກສູດພາສາອັງກິດ: ວິສະວະກຳການບິນ, ກົນຈັກ, ໄອທີ, ອີເລັກໂຕຼນິກ ແລະ ການຄ້າສາກົນ; ຫຼັກສູດພາສາຈີນ: ລົດຍົນ, ວິສະວະກຳພະລັງງານ, ໄອທີ, ວິສະວະກຳໂປຣແກມ, ຄວາມປອດໄພທາງອິນເຕີເນັດ, ໂທລະຄົມ, ອີເລັກໂຕຼນິກ, ການອອກແບບສິນຄ້າ, ການຄ້າສາກົນ, ບໍລິຫານທຸລະກິດ, ກົດໝາຍ.

ໂຄຕ້າທຶນ: 20 ທຶນ 

ປິດຮັບສະໝັກ: ວັນທີ 15.6.2025, ເລີ່ມຮຽນເດືອນ 9-10.2025

ເງື່ອນໄຂຜູ້ສະໝັກ: ນັກຮຽນ, ນັກສຶກສາ, ພະນັກງານ ແລະ ບຸກຄົນທົ່ວໄປ, ອາຍຸ 18-25 ປີ, ກຳລັງຮຽນ ມ.7 ຫຼື ຈົບ ມ.7 ຂຶ້ນໄປ; ຜົນການຮຽນໃນໄລຍະຜ່ານມາ (ມ.ປາຍ) ຢູ່ໃນລະດັບດີ ເຊິ່ງຄະແນນສະເລ່ຍ 7.0 ຂຶ້ນໄປ ແລະ ໄດ້ພາສາຈີນໃນລະດັບດີ ເຊິ່ງຕ້ອງມີ HSK5180 ຂຶ້ນໄປສຳລັບຫຼັກສູດພາສາຈີນ ແລະ ໄອແອລ 6.0 ຂຶ້ນໄປ ສຳລັບຫຼັກສູດພາສາອັງກິດ.