A47: ທຶນຮຽນ ປ.ຕີ 4 ປີ 贵州大学 ຢູ່ກຸ້ຍໂຈ

✅ ຊື່ໂຮງຮຽນ: ມະຫາວິທະຍາໄລກຸ້ຍໂຈ 贵州大学 Guizhou University ເມືອງກຸ້ຍຢາງ ເທດສະບານແຂວງກຸ້ຍໂຈ. ເປັນມະຫາວິທະຍາໄລອັນດັບ 1 ຂອງແຂວງກຸ້ຍໂຈ ແລະ ແຖວໜ້າຂອງຈີນ ເຊິ່ງຕິດໂຄງການ 211 ແລະ Double first class, ຫໍພັກລະດັບໂຮງແຮມ, ນອນ 2 ຄົນຕໍ່ຫ້ອງ, ມີຫ້ອງນໍ້າຫ້ອງຄົວໃນ.  ມະຫາວິທະຍາໄລກຸ້ຍໂຈ ມີປະຫວັດການພັດທະນາ 120 ກວ່າປີ, ມີພື້ນທີ່ກວ້າງຂວາງສວຍງາມ, ຕຶກອາຄານທັນສະໄໝ, ປັດຈຸບັນມີ 40 ຄະນະວິຊາ, 200 ກວ່າສາຂາຮຽນ, ມີນັກສຶກສາປະລິນຍາຕີ 34.000 ກວ່າຄົນ, ປະລິນຍາໂທ ແລະ ປະລິນຍາເອກ 16.000 ກວ່າຄົນ ເປັນທີ່ຮູ້ຈັກ ແລະ ນິຍົມຂອງນັກສຶກສາຕ່າງປະເທດ.

ເງື່ອນໄຂທຶນດັ່ງນີ້:

1️⃣ ຄ່າຮຽນຟຣີ 4 ປີ

2️⃣ ຄ່າຫໍພັກຟຣີ 4 ປີ, ນອນ 2 ຄົນ/ຫ້ອງ

3️⃣ ວີຊ່າເຂົ້າປະເທດຟຣີ 1 ຄັ້ງ

4️⃣ ປີ້ຍົນຟຣີ 1 ຖ້ຽວ

ເງື່ອນໄຂຜູ້ສະໝັກ: ເປັນນັກຮຽນທີ່ກຳລັງຮຽນ ມ.7 ຫຼື ຈົບ ມ.7, ນັກສຶກສາ, ພະນັກງານ ແລະ ບຸກຄົນທົ່ວໄປ, ອາຍຸ 18-25 ປີ, ໄດ້ພາສາຈີນໃນລະດັບກາງ ເຊິ່ງຕ້ອງມີ HSK4-220 ຄະແນນຂຶ້ນໄປ.

ສາຂາຮຽນ: ການຄ້າສາກົນ, ພາສາຈີນ, ວິສະວະກຳອີເລັກໂຕຼນິກ ແລະ ອັດຕາໂນມັດ, ວິສະວະກຳພະລັງງານ, Big data, ວິສະວະກຳເຂື່ອນໄຟຟ້າ, ວິສະວະກຳດິນ, ວິສະວະກຳຊັບພະຍາກອນ, ສິ່ງແວດລ້ອມ, ວິສະວະກຳບໍ່ແຮ່, ການຊອກຄົ້ນບໍ່ແຮ່, ວິສະວະກຳຄວາມປອດໄພ, ຄວາມປອດໄພອາຫານ, ສະຖາປັດ, ພັດທະນາຊົນນະບົດ, ກະສີກຳ, ການສ້າງສວນສາທາລະນະ, ປ່າໄມ້, ວິທະຍາສາດຊາ, ການຜະລິດຢາສູບ, ການລ້ຽງສັດ, ແພດປິ່ນປົວສັດ, ການປ້ອງກັນປ່າໄມ້, ວິສະວະກຳຜະລິດຢາ, ການຢາ, ແຮງງານ ແລະ ຄວາມປອດໄພ, ການບໍລິຫານຄຸ້ມຄອງ, ການເມືອງ ແລະ ການປົກຄອງ, ສັງຄົມສາດ, ບໍລິຫານການທ່ອງທ່ຽວ, ການບໍລິຫານອຸດສາຫະກຳດ້ານວັດທະນະທຳ, ການແຕ້ມພາບ, Visual Communication Design, ກົດໝາຍ, ກົນຈັກ, ປັດຊະຍາ, ປະຫວັດສາດ, ດົນຕີ, ນັກຂ່າວ, ວັດສະດຸ, ການອອກແບບອຸດສາຫະກຳ.

ວິທີສະໝັກ: ມີຂໍ້ແນະນຳຕ່າງຫາກ

ປິດຮັບສະໝັກ: 15.6.2025 ເຂົ້າຮຽນເດືອນ 9.2025