ທຶນຮຽນ ປ.ຕີ 1+4 ປີ Taiyuan University of Technology 2025

A41: ທຶນຮຽນປະລິນຍາຕີ ກຽມພາສາ 1 ປີ + ເຂົ້າສາຍ 4 ປີ

ຊື່ໂຮງຮຽນ: ມະຫາວິທະຍາໄລເທັກໂນໂລຊີໄທ້ຢວນ 太原理工大学Taiyuan University of Technology ຕັ້ງຢູ່ໃຈກາງເມືອງໄທ້ຢວນ ເທດສະບານແຂວງຊານຊີ ຕິດກັບນະຄອນຫຼວງປັກກິ່ງ ເປັນມະຫາວິທະຍາໄລທີ່ດີທີ່ສຸດຂອງແຂວງ ແລະ ຈັດຢູ່ໃນແຖວໜ້າຂອງປະເທດ, ມີປະຫວັດຍາວນານເຖິງ 123 ປີ, ມີພື້ນທີ່ວິທະຍາເຂດກວ້າງເຖິງ 2,220,000 ຕາລາງແມັດ, ພື້ນຖານໂຄງລ່າງສິ່ງອໍານວຍຄວາມສະດວກຄົບຊຸດສວຍງາມທັນສະໄໝ, ມະຫາວິທະຍາໄລປະກອບມີ 26 ຄະນະ, ເປີດຫຼັກສູດການຮຽນການສອນເໜືອປະລິນຍາເອກ 15 ສາຂາ, ຫຼັກສູດປະລິນຍາເອກ 17 ສາຂາ, ປະລິນຍາໂທ 36 ສາຂາ ແລະ ປະລິນຍາຕີ 101 ສາຂາ, ປັດຈຸບັນ ມີນັກສຶກສາທີ່ກຳລັງສຶກສາຢູ່ທັງໝົດ 44,422 ຄົນ, ນັກສຶກສາຕ່າງປະເທດ 374 ຄົນ, ມີຄູອາຈານສອນທັງໝົດ 3,906 ຄົນ.

 

ໄລຍະທີ 1: ກຽມພາສາຈີນ 1 ປີ ເຊິ່ງຜູ້ຮຽນໄດ້ຮັບເງື່ອນໄຂດັ່ງນີ້:

1️⃣ ຄ່າຮຽນຟຣີ 1 ປີ

2️⃣ ຄ່າຫໍພັກຟຣີ 1 ປີ, ນອນ 2 ຄົນ/ຫ້ອງ, ຫ້ອງນໍ້າໃນ ລະດັບໂຮງແຮມ.

3️⃣ ວີຊ່າເຂົ້າປະເທດຟຣີ 1 ຄັ້ງ

4️⃣ ຄ່າເດິນທາງຟຣີ 1 ຖ້ຽວ, ໄປສົ່ງຮອດໂຮງຮຽນ

5️⃣ ບໍ່ທັນມີເບ້ຍລ້ຽງ.

ໝາຍເຫດ:  ນັກຮຽນທີ່ມີ HSK4 ແລ້ວ ສາມາດຂຶ້ນສາຍໄດ້ເລີຍ ບໍ່ຕ້ອງກຽມພາສາອີກ.

 

ໄລຍະທີ 2: ຂຶ້ນສາຍປະລິນຍາຕີ 4 ປີ ເຊິ່ງຜູ້ຮຽນໄດ້ຮັບເງື່ອນໄຂດັ່ງນີ້:

ທຶນປະເພດ csc: ມີ HSK5-180 ຄະແນນຂຶ້ນໄປ, ຄະແນນ ມ.7 ສະເລ່ຍ 8.5 ຂຶ້ນໄປ, ຄຸນສົມບັດດີ ບໍ່ເຮັດຜິດລະບຽບຂອງໂຮງຮຽນ ຈະໄດ້ທຶນລັດຖະບານ (csc) ຂຶ້ນສາຍປະລິນຍາຕີ 4 ປີ: ຄ່າຮຽນຟຣີ, ຄ່າພໍພັກຟຣີ, ຄ່າປະກັນໄພຟຣີ, ມີເງິນເດືອນ 2,500 ຢວນ/ເດືອນ; ສາຂາຮຽນ: ໄອທີ-ຄອມພິວເຕີ, ວິສະວະກຳໂຍທາ.

ທຶນປະເພດ A: ມີ HSK5-180 ຄະແນນຂຶ້ນໄປ, ຄະແນນ ມ.7 ສະເລ່ຍ 8.0 ຂຶ້ນໄປ, ຄຸນສົມບັດດີ ບໍ່ເຮັດຜິດລະບຽບຂອງໂຮງຮຽນ ຈະໄດ້ທຶນໂຮງຮຽນປະເພດ A ຂຶ້ນສາຍປະລິນຍາຕີ 4 ປີ: ຄ່າຮຽນຟຣີ; ມີເງິນເດືອນ 1,200 ຢວນ/ເດືອນ; ຈ່າຍຄ່າພໍພັກຕຽງດ່ຽວ 800 ຢວນ/ເດືອນ, ຕຽງຄູ່ 350 ຢວນ/ເດືອນ, ຊຸດ 4 ຄົນ/ຫ້ອງ 320 ຢວນ/ເດືອນ; ສາຂາຮຽນ: ການຄ້າສາກົນ, ພາສາຈີນ, ສິ່ງແວດລ້ອມ, ຊັບພະຍາກອນນໍ້າ, ບໍ່ແຮ່, ການສຳຫຼວດອອກແບບແຜນທີ່, ການສຳຫຼວດຊັບພະຍາກອນ, ເຕັກໂນໂລຊີຂ່າວສານ.

ທຶນປະເພດ B: ມີ HSK4-200 ຄະແນນຂຶ້ນໄປ, ຄະແນນ ມ.7 ສະເລ່ຍ 7.5 ຂຶ້ນໄປ, ຄຸນສົມບັດດີ ບໍ່ເຮັດຜິດລະບຽບຂອງໂຮງຮຽນ ຈະໄດ້ທຶນໂຮງຮຽນປະເພດ B ຂຶ້ນສາຍປະລິນຍາຕີ 4 ປີ: ຄ່າຮຽນຟຣີ; ມີເງິນເດືອນ 800 ຢວນ/ເດືອນ; ຈ່າຍຄ່າພໍພັກຕຽງດ່ຽວ 800 ຢວນ/ເດືອນ, ຕຽງຄູ່ 350 ຢວນ/ເດືອນ, ຊຸດ 4 ຄົນ/ຫ້ອງ 320 ຢວນ/ເດືອນ; ສາຂາຮຽນ: ການຄ້າສາກົນ, ພາສາຈີນ, ສິ່ງແວດລ້ອມ, ຊັບພະຍາກອນນໍ້າ, ບໍ່ແຮ່, ການສຳຫຼວດອອກແບບແຜນທີ່, ການສຳຫຼວດຊັບພະຍາກອນ, ເຕັກໂນໂລຊີຂ່າວສານ.

ທຶນປະເພດ C: ຖ້າມີຄະແນນ IELTS 6.0 ຂຶ້ນໄປ, ຄະແນນ ມ.7 ສະເລ່ຍ 7.5 ຂຶ້ນໄປ, ຈະໄດ້ທຶນໂຮງຮຽນປະເພດ C ຫຼັກສູດລະບົບອິນເຕີ ຂຶ້ນສາຍປະລິນຍາຕີ 4 ປີ: ຄ່າຮຽນຟຣີ; ບໍ່ມີເງິນເດືອນ; ຈ່າຍຄ່າພໍພັກຕຽງດ່ຽວ 800 ຢວນ/ເດືອນ, ຕຽງຄູ່ 350 ຢວນ/ເດືອນ, ຊຸດ 4 ຄົນ/ຫ້ອງ 320 ຢວນ/ເດືອນ; ສາຂາຮຽນ: ການຄ້າສາກົນ, ໄອທີ-ຄອມພິວເຕີ. ວິສະວະກຳໂປຣແກມ.

ໝາຍເຫດ:  ນັກສຶກສາບໍ່ຄວນເນັ້ນ ການຫຼີ້ນທ່ຽວ, ກິນເຫຼົ້າເບຍ, ເຮຮາປາຕີ້ ຄວນປະຕິບັດຕາມລະບຽບຂອງມະຫາວິທະຍາໄລຢ່າງເຂັ້ມງວດ, ຖ້າຜິດລະບຽບອາດຈະຖືກໄລ່ອອກ.

 

ທຶນອື່ນໆ: ທຶນສຳລັບ ປະລິນຍາໂທ ແລະ ປະລິນຍາເອກ ມີທັງທຶນ CSC, ທຶນແຂວງ ແລະ ທຶນໂຮງຮຽນ ສາມາດສອບຖາມເພີ່ມເຕີມໄດ້ ມີຫຼາຍສິບສາຂາຮຽນ.

ເງື່ອນໄຂຜູ້ສະໝັກ: ເປັນນັກຮຽນ-ນັກສຶກສາ, ພະນັກງານ ແລະ ບຸກຄົນທົ່ວໄປ ທີ່ຖືສັນຊາດລາວ, ອາຍຸ 18-25 ປີ, ສຸຂະພາບແຂງແຮງ, ຜູ້ທີ່ບໍ່ເຄີຍຮຽນພາສາຈີນມາກ່ອນກໍສະໝັກໄດ້ ເລີ່ມຮຽນຂັ້ນພື້ນຖານ, ຈົບ ມ.7 ຫຼື ກຳລັງຮຽນ ມ.7 ຂຶ້ນໄປຈຶ່ງສະໝັກໄດ້. 

ໂຄຕ້າ: 60 ທຶນ

ໝົດເຂດສະໝັກ: 30.6.2025  ເຂົ້າຮຽນ: ເດືອນ 9.2025

ເອກະສານ: ເອກະສານທີ່ຕ້ອງປະກອບ ແລະ ຂັ້ນຕອນການສະໝັກ ມີຂໍ້ແນະນຳຕ່າງຫາກ.