ທຶນຮຽນ ປ.ຕີ 1+4 ປີ Shanxi University 2025

A34: ທຶນຮຽນປະລິນຍາຕີ ກຽມພາສາ 1 ປີ + ເຂົ້າສາຍ 4 ປີ

ຊື່ໂຮງຮຽນ: ມະຫາວິທະຍາໄລຊານຊີ 山西大学 Shanxi University ຕັ້ງຢູ່ໃຈກາງເມືອງໄທ້ຢວນ ເທດສະບານແຂວງຊານຊີ ຕິດກັບນະຄອນຫຼວງປັກກິ່ງ ເປັນມະຫາວິທະຍາໄລອັນດັບ 1 ຂອງແຂວງ ແລະ ຈັດຢູ່ໃນແຖວໜ້າຂອງປະເທດ, ມີປະຫວັດຍາວນານເຖິງ 121 ປີ, ມີພື້ນທີ່ວິທະຍາເຂດກວ້າງເຖິງ 2.005.333 ຕາລາງແມັດ, ພື້ນທີ່ກໍ່ສ້າງຕຶກອາຄານກວ້າງໃຫຍ່ເຖິງ 350.853 ຕາລາງແມັດ, ພື້ນຖານໂຄງລ່າງສິ່ງອໍານວຍຄວາມສະດວກຄົບຊຸດສວຍງາມທັນສະໄໝ, ມະຫາວິທະຍາໄລປະກອບມີ 27 ຄະນະ, ເປີດຫຼັກສູດການຮຽນການສອນເໜືອປະລິນຍາເອກ 14 ສາຂາ, ຫຼັກສູດປະລິນຍາເອກ 19 ສາຂາ, ປະລິນຍາໂທ 59 ສາຂາ ແລະ ປະລິນຍາຕີ 87 ສາຂາ, ປັດຈຸບັນ ມີນັກສຶກສາທີ່ກຳລັງສຶກສາຢູ່ທັງໝົດ 35.000 ກວ່າຄົນ, ມີຄູອາຈານສອນທັງໝົດ 3.265 ຄົນ, ໃນນີ້ມີສາດສະດາຈານ ທີ່ໄດ້ຮັບນາມມະຍົດຄູສອນຊ່ຽວຊານຂັ້ນສູງລະດັບຊາດເຖິງ 1.228 ຄົນ. ມີການພົວພັນຮ່ວມມືກັບນາໆຊາດຫຼາຍກວ່າ 50 ມະຫາວິທະຍາໄລ ແລະ ອົງການຈັດຕັ້ງສາກົນ.

ກຽມພາສາຈີນ 1 ປີ ເຊິ່ງຜູ້ຮຽນໄດ້ຮັບເງື່ອນໄຂດັ່ງນີ້:

1️⃣ ຄ່າຮຽນຟຣີ 1 ປີ

2️⃣ ຄ່າຫໍພັກຟຣີ 1 ປີ

3️⃣ ວີຊ່າເຂົ້າປະເທດຟຣີ 1 ຄັ້ງ

4️⃣ ຄ່າເດິນທາງຟຣີ 1 ຖ້ຽວ, ໄປສົ່ງຮອດໂຮງຮຽນ, ນຳພາລົງທະບຽນ, ດູແລຕະຫຼອດໄລຍະຮຽນ.

5️⃣ ບໍ່ທັນມີເບ້ຍລ້ຽງ.

ຂຶ້ນສາຍປະລິນຍາຕີ 4 ປີ ເຊິ່ງຜູ້ຮຽນໄດ້ຮັບເງື່ອນໄຂດັ່ງນີ້:

ທຶນປະເພດ A: ມີ HSK4-220 ຄະແນນຂຶ້ນໄປ, ຄະແນນສຳພາດຂຶ້ນສາຍ 80 ຄະແນນຂຶ້ນໄປ, ຄຸນສົມບັດດີ ບໍ່ເຮັດຜິດລະບຽບຂອງໂຮງຮຽນ ຈະໄດ້ທຶນຂຶ້ນສາຍປະລິນຍາຕີ 4 ປີ: ຄ່າຮຽນຟຣີ, ຄ່າພໍພັກຟຣີ, ຄ່າລົງທະບຽນຟຣີ, ມີເງິນເດືອນ 750 ຢວນ/ເດືອນ.

ທຶນປະເພດ B: ມີ HSK4-200 ຄະແນນຂຶ້ນໄປ, ຄະແນນສຳພາດຂຶ້ນສາຍ 70 ຄະແນນຂຶ້ນໄປ, ຄຸນສົມບັດດີ ບໍ່ເຮັດຜິດລະບຽບຂອງໂຮງຮຽນ ຈະໄດ້ທຶນຂຶ້ນສາຍປະລິນຍາຕີ 4 ປີ: ຄ່າຮຽນຟຣີ, ຄ່າພໍພັກຟຣີ, ຄ່າລົງທະບຽນຟຣີ, ບໍ່ມີເບ້ຍລ້ຽງ.

ທຶນປະເພດ C: ຖ້າຄະແນນ HSK4 ບໍ່ເຖິງ 200 ຄະແນນ ຫຼື ຄະແນນສຳພາດຂຶ້ນສາຍບໍ່ເຖິງ 70 ຄະແນນ ຈະໄດ້ຈ່າຍຄ່າຮຽນ, ຈ່າຍຄ່າພໍພັກດ້ວຍທຶນຕົນເອງ ກຽມພາສາຕື່ມອີກ 1 ປີ ປີຖັດໄປ ຈຶ່ງຈະໄດ້ສຳພາດຂຶ້ນສາຍ.

ໝາຍເຫດ: ຜູ້ທີ່ມັກຫຼີ້ນ, ມັກທ່ຽວ, ມັກກິນເຫຼົ້າເບຍ, ມັກເຮຮາປາຕີ້ ແມ່ນແນະນຳບໍ່ໃຫ້ສະໝັກໄປຮຽນຢູ່ມະຫາວິທະຍາໄລນີ້, ເຖິງຈະຮຽນເກັ່ງລະດັບໃດກໍຕາມ ຖ້າບໍ່ປະຕິບັດຕາມລະບຽບຂອງມະຫາວິທະຍາໄລຢ່າງເຂັ້ມງວດ ແມ່ນຈະຖືກໄລ່ອອກ, ສິ່ງທີ່ສຳຄັນທີ່ສຸດມແມ່ນຄຸນສົມບັດຕ້ອງດີ.

ສາຂາຮຽນ:  ການຄ້າສາກົນ, ບໍລິຫານທຸລະກິດ, ບໍລິຫານການທ່ອງທ່ຽວ, ພາສາຈີນ, ນັກຂ່າວ, ແລະ ໄອທີ.

 ເງື່ອນໄຂຜູ້ສະໝັກ: ເປັນນັກຮຽນ-ນັກສຶກສາ, ພະນັກງານ ແລະ ບຸກຄົນທົ່ວໄປ ທີ່ຖືສັນຊາດລາວ, ອາຍຸ 18-25 ປີ, ສຸຂະພາບແຂງແຮງ, ຜູ້ທີ່ບໍ່ເຄີຍຮຽນພາສາຈີນມາກ່ອນກໍສະໝັກໄດ້ ເລີ່ມຮຽນຂັ້ນພື້ນຖານ, ຈົບ ມ.7 ຫຼື ກຳລັງຮຽນ ມ.7 ຂຶ້ນໄປຈຶ່ງສະໝັກໄດ້. 

ໂຄຕ້າ:  30 ທຶນ

ໝົດເຂດສະໝັກ: 30.6.2025  ເຂົ້າຮຽນ: ເດືອນ 9-10.2025

ຄ່າບໍລິການສະໝັກທຶນ:

ເອກະສານ:  ເອກະສານທີ່ຕ້ອງປະກອບ ແລະ ຂັ້ນຕອນການສະໝັກ ມີຂໍ້ແນະນຳຕ່າງຫາກ.