B3: ທຶນກຽມພາສາ+ແພດສາດ ປ.ຕີ, ປ.ໂທ 遵义医科大学 2026

⏩B3: ທຶນຮຽນປະລິນຍາຕີ 1+5 ປີ ແລະ ປະລິນຍາໂທ 1+3 ປີ


✳ ຊື່ໂຮງຮຽນ: ມະຫາວິທະຍາໄລແພດສາດຈຸ່ນຢີ້ Zunyi Medical University ຕັ້ງຢູ່ເມືອງຈຸ່ນຢີ້ ແຂວງກຸ້ຍໂຈ


✳ ປະເພດທຶນ: ທຶນມະຫາວິທະຍາໄລ ລະດັບປະລິນຍາຕີ 1+5 ປີ ມີເງື່ອນໄຂດັ່ງນີ້:

1️⃣ ຄ່າຮຽນຟຣີຕະຫຼອດໄລຍະກຽມພາສາ 1 ປີ + ເຂົ້າສາຍ 5 ປີ 

2️⃣ ໄດ້ຈ່າຍຄ່າຫໍພັກ 1,200 ຢວນ/ປີ  

3️⃣ ຕອນຕົ້ນບໍ່ມີເບ້ຍລ້ຽງ, ແຕ່ຖ້າຜົນການຮຽນດີ ມີໂອກາດໄດ້ໃນປີຖັດໆໄປ

4️⃣ ວີຊ່າເຂົ້າປະເທດຟຣີ 1 ຄັ້ງ

5️⃣ ຄ່າເດິນທາງຟຣີ 1 ຖ້ຽວ

6️⃣ ໄປສົ່ງຮອດໂຮງຮຽນ


✳ ທຶນມະຫາວິທະຍາໄລ ລະດັບປະລິນຍາໂທ 1+3 ປີ ມີເງື່ອນໄຂດັ່ງນີ້:

1️⃣ ຄ່າຮຽນຟຣີຕະຫຼອດໄລຍະກຽມພາສາ 1 ປີ + ເຂົ້າສາຍ 3 ປີ 

2️⃣ ໄດ້ຈ່າຍຄ່າຫໍພັກ 1,200 ຢວນ/ປີ  

3️⃣ ຕອນຕົ້ນບໍ່ມີເບ້ຍລ້ຽງ, ແຕ່ຖ້າຜົນການຮຽນດີ ມີໂອກາດໄດ້ໃນປີຖັດໆໄປ

4️⃣ ວີຊ່າເຂົ້າປະເທດຟຣີ 1 ຄັ້ງ

5️⃣ ຄ່າເດິນທາງຟຣີ 1 ຖ້ຽວ

6️⃣ ໄປສົ່ງຮອດໂຮງຮຽນ 


⏩ ສາຂາຮຽນ: ປະລິນຍາຕີ: ແພດປິ່ນປົວທົ່ວໄປ (Clinical Medicine), ແພດການຢາ (Clinical Pharmacy), ການຢາ (Pharmacy), ແພດປິ່ນປົວຊ່ອງປາກ (Stomatology), ປະດຸງຄັນ (Midwifery), ຄຸນນະພາບ ແລະ ຄວາມປອດໄພອາຫານ (Food Quality and Safety), ພະຍາບານ (Nursing). ສາຂາຮຽນປະລິນຍາໂທ: ແພດສາດ (Basic Medicine),  ແພດປິ່ນປົວທົ່ວໄປ (Clinical Medicine), ການຢາ (Pharmacy).


✴ ປິດຮັບສະໝັກ: 30.6.2026, ເລີ່ມຮຽນເດືອນ 9-10.2026


⏩ ເງື່ອນໄຂຜູ້ສະໝັກທຶນ: ນັກຮຽນ, ນັກສຶກສາ, ພະນັກງານ ແລະ ບຸກຄົນທົ່ວໄປ, ສະໝັກຮຽນປະລິນຍາຕີອາຍຸ 17-25 ປີ, ກຳລັງຮຽນ ມ.7 ຫຼື ຈົບ ມ.7 ຂຶ້ນໄປ; ສະໝັກຮຽນປະລິນຍາໂທ ອາຍຸບໍ່ເກີນ 35 ປີ, ຈົບປະລິນຍາຕີ. ບໍ່ເຄີຍຮຽນພາສາຈີນມາກ່ອນກໍສະໝັກໄດ້ ແລະ ບໍ່ຈຳເປັນຕ້ອງເສັງ CSCA.


⏩ ການດຳເນີນເອກະສານ: ເອກະສານທີ່ຕ້ອງປະກອບ ແລະ ຂັ້ນຕອນການສະໝັກ ມີຂໍ້ແນະນຳຕ່າງຫາກ.

✴ ໂອກາດໄດ້ທຶນ: ສະໝັກແລ້ວ ມີໂອກາດໄດ້ທຶນ 100 %.