⏩ A23: ທຶນຮຽນປະລິນຍາຕີ 4 ປີ
✳ ຊື່ໂຮງຮຽນ: ມະຫາວິທະຍາໄລກົດໝາຍການເງິນຈົງນານ 中南财经政法大学ຕັ້ງຢູ່ເມືອງວູຮັ້ນ ແຂວງຫູເປີຍ
✳ ປະເພດທຶນ 1: ທຶນໂຄງການສຳລັບນັກສຶກສາໃໝ່ ສະໝັກໂດຍກົງກັບໂຮງຮຽນ ເຊິ່ງມີເງື່ອນໄຂດັ່ງນີ້:
1️⃣ ຄ່າຮຽນຟຣີ 4 ປີ
2️⃣ ຄ່າຫໍພັກຟຣີ 4 ປີ
3️⃣ ຄ່າປະກັນໄພສຸຂະພາບຟຣີ 4 ປີ
4️⃣ ມີເບ້ຍລ້ຽງ 1,500 ຢວນ/ເດືອນ
✳ ປະເພດທຶນ 2: ເປັນທຶນໂຮງຮຽນ ເຊິ່ງມີເງື່ອນໄຂດັ່ງນີ້:
1️⃣ ຄ່າຮຽນຟຣີ 4 ປີ
2️⃣ ຄ່າຫໍພັກຟຣີ 4 ປີ
3️⃣ ຄ່າປະກັນໄພສຸຂະພາບຟຣີ 4 ປີ
4️⃣ ບໍ່ມີເບ້ຍລ້ຽງ
⚠ ໝາຍເຫດ: ຖ້າຜົນການຮຽນດີ ໃນປີທີ 2 ນັກສຶກສາ ສາມາດສະໝັກອັບເດດທຶນຂຶ້ນເປັນທຶນ: ຄ່າຮຽນຟຣີ, ຄ່າຫໍພັກຟຣີ, ຄ່າປະກັນໄພຟຣີ ແລະ ມີເບ້ຍລ້ຽງ 2,500 ຢວນ/ເດືອນ.
⏩ ສາຂາຮຽນ: ລະບົບພາສາຈີນ: ກົດໝາຍແລະການພົວພັນສາກົນ, ເສດຖະສາດ, ທຸລະກິດສາກົນ, ກົດໝາຍ, ພາສາຈີນ, ບໍລິຫານການທ່ອງທ່ຽວ, ບໍລິຫານທຸລະກິດ, ການຄ້າສາກົນ, ການຕະຫຼາດ, ການບັນຊີ, ການຄຸ້ມຄອງຊັບສິນ. ສາຂາຮຽນລະບົບພາສາອັງກິດ: ບໍລິຫານທຸລະກິດ.
✴ ເວລາສະໝັກ: ນັບແຕ່ມື້ປະກາດ ຈົນຮອດວັນທີ 10.5.2025, ເລີ່ມຮຽນ ເດືອນ 9.2025
⏩ ເງື່ອນໄຂຜູ້ສະໝັກ: ນັກຮຽນ, ນັກສຶກສາ, ພະນັກງານ ແລະ ບຸກຄົນທົ່ວໄປ ທີ່ຖືສັນຊາດລາວ, ປະລິນຍາຕີອາຍຸ 18-25 ປີ, ຈົບ ມ.7 ຫຼື ກຳລັງຮຽນ ມ.7; ຜົນການຮຽນໃນໄລຍະຜ່ານມາ (ມ.ປາຍ) ຢູ່ໃນລະດັບດີ ເຊິ່ງຄະແນນສະເລ່ຍ 7.0 ຂຶ້ນໄປ ແລະ ໄດ້ພາສາຈີນໃນລະດັບດີ ເຊິ່ງຕ້ອງມີ HSK5–180 ສຳລັບສາຂາຮຽນລະບົບພາສາຈີນ ແລະ ໄອແອລ 6.0 ຄະແນນຂຶ້ນໄປ ສຳລັບສາຂາຮຽນລະບົບພາສາອັງກິດ.
⏩ ເອກະສານ: ເອກະສານທີ່ຕ້ອງປະກອບ ແລະ ຂັ້ນຕອນການສະໝັກ ມີຂໍ້ແນະນຳຕ່າງຫາກ.