ທຶນຮຽນເຊື່ອມຕໍ່ຊັ້ນສູງ 2 ປີ ແລະ ປ.ຕີ 2025 南京工程学院

A17: ທຶນຮຽນ ຈົບຊັ້ນສູງ ເຊື່ອມຕໍ່ ປະລິນຍາຕີ 2 ປີ ແລະ ທຶນຮຽນ ປະລິນຍາຕີ 4 ປີ

ຊື່ໂຮງຮຽນ: ສະຖາບັນເທັກໂນໂລຊີນານຈິ່ງ 南京工程学院 Nanjing Institute of Technology ຕັ້ງຢູ່ໃຈເມືອງນານຈິ່ງ ແຂວງຈຽງຊູ.

 

 ປະເພດທຶນ 1: ທຶນໂຮງຮຽນປະລິນຍາຕີ 4 ປິ, ກໍລະນີເຊື່ອມຕໍ່ຮຽນ 2 ປີ ເຊິ່ງມີເງື່ອນໄຂດັ່ງນີ້:

1️⃣ ຄ່າຮຽນຟຣີ

2️⃣ ຄ່າຫໍພັກຟຣີ

3️⃣ ຄ່າປະກັນໄພສຸຂະພາບຟຣີ

4️⃣ ມີເບ້ຍລ້ຽງ 500 ຢວນ/ເດືອນ

 

ປະເພດທຶນ 2: ທຶນໂຮງຮຽນປະລິນຍາຕີ 4 ປິ, ກໍລະນີເຊື່ອມຕໍ່ຮຽນ 2 ປີ ເຊິ່ງມີເງື່ອນໄຂດັ່ງນີ້:

1️⃣ ຄ່າຮຽນຟຣີ

2️⃣ ໄດ້ຈ່າຍຄ່າຫໍພັກ ແລະ ຄ່າປຶ້ມຕຳລາປີລະ 5,000 ຢວນ

3️⃣ ຄ່າປະກັນໄພສຸຂະພາບຟຣີ

4️⃣ ບໍ່ມີເບ້ຍລ້ຽງ

ໝາຍເຫດ: ຫຼັງຈາກໄດ້ໃບຕອບຮັບ Pre-admission ແລ້ວ ຕ້ອງໄດ້ຈ່າຍເງິນຄໍ້າປະກັນໃຫ້ໂຮງຮຽນ 5,500 ຢວນ ເພື່ອຮັບປະກັນວ່າ ໄດ້ທຶນແລ້ວໄປຮຽນແທ້. ແຕ່ເງິນຈຳນວນນີ້ ພາຍຫຼັງນັກຮຽນໄປຮອດໂຮງຮຽນແລ້ວ ຈະສົ່ງຄືນໃຫ້ທັງໝົດ.

 

ໂຄຕ້າທຶນ:  20 ທຶນ 

ສາຂາຮຽນ: ຫຼັກສູດລະບົບພາສາຈີນ: ໄອທີ, ວິສະວະກຳໂປຣແກມ, ການຄ້າສາກົນ, ການຕະຫຼາດ, ການບໍລິຫານຊັບສິນ, ບໍລິຫານການຂົນສົ່ງ, ສິ່ງແວດລ້ອມ, ກົນຈັກ, ເຕັກໂນໂລຊີອັດຕາໂນມັດ ແລະ ອື່ນໆ. ຫຼັກສູດລະບົບພາສາອັງກິດ: ກົນຈັກ, ການຄ້າສາກົນ.

ເວລາສະໝັກ: ນັບແຕ່ມື້ປະກາດ ຈົນຮອດວັນທີ 30.6.2025, ເລີ່ມຮຽນ ເດືອນ 9-10.2025

ເງື່ອນໄຂຜູ້ສະໝັກ: ນັກຮຽນ, ນັກສຶກສາ ແລະ ບຸກຄົນທົ່ວໄປ ທີ່ຖືສັນຊາດລາວ, ອາຍຸ 18-28 ປີ, ຈົບ ມ.7 ຫຼື ກຳລັງຮຽນ ມ.7, ກຳລັງຮຽນ ຫຼື ຈົບຊັ້ນສູງ. ຜົນການຮຽນໄລຍະຜ່ານມາຢູ່ໃນລະດັບດີ ແລະ ໄດ້ພາສາຈີນໃນລະດັບກາງ ເຊິ່ງຕ້ອງມີ HSK4-180 ຄະແນນຂຶ້ນໄປ ແລະ ຫຼັກສູດລະບົບພາສາອັງກິດຕ້ອງມີຄະແນນ ໄອແອລ 5.5 ຂຶ້ນໄປ.