⏩ A14: ທຶນຮຽນປະລິນຍາຕີ 4 ປີ
✳ ຊື່ໂຮງຮຽນ: ມະຫາວິທະຍາໄລຄົມມະນາຄົມຊີອ່ານ 西安交通大学Xi An Jiaotong University ຕັ້ງຢູ່ໃຈກາງເມືອງຊີອ່ານ ແຂວງຊານຊີ ເປັນໜຶ່ງໃນບັນດາໂຮງຮຽນທີ່ດີສຸດ ແລະ ໃຫຍ່ທີ່ສຸດຂອງຈີນ ມີເນື້ອທີ່ວິທະຍາເຂດ 3,300,000 ກວ່າຕາແມັດ, ປະກອບມີ 34 ຄະນະວິຊາ, 162 ສາຂາຮຽນ. ປັດຈຸບັນມີຄູອາຈານທັງໝົດ 6,568 ທ່ານ ແລະ ນັກສຶກສາທັງໝົດ 59,267 ຄົນ.
✳ ປະເພດທຶນ 1: ເປັນທຶນໂຮງຮຽນ ເຊິ່ງມີເງື່ອນໄຂດັ່ງນີ້:
1️⃣ ຄ່າຮຽນຟຣີ
2️⃣ ໄດ້ຈ່າຍຄ່າຫໍພັກປີລະ 8,000-19,000 ຢວນ, ຂຶ້ນກັບຄວາມສະດວກ
3️⃣ ມີເບ້ຍລ້ຽງ 800 ຢວນ/ເດືອນ
✳ ປະເພດທຶນ 2: ເປັນທຶນໂຮງຮຽນ ເຊິ່ງມີເງື່ອນໄຂດັ່ງນີ້:
1️⃣ ຄ່າຮຽນຟຣີ
2️⃣ ໄດ້ຈ່າຍຄ່າຫໍພັກປີລະ 8,000-19,000 ຢວນ, ຂຶ້ນກັບຄວາມສະດວກ
3️⃣ ມີເບ້ຍລ້ຽງ 500 ຢວນ/ເດືອນ
✡ ໂຄຕ້າທຶນ: 15 ທຶນ
⏩ ສາຂາຮຽນ: ພາສາຈີນສຳລັບທຸລະກິດ, ໄອທີ, ບໍລິຫານຄຸ້ມຄອງອົງກອນ, ບໍລິຫານທຸລະກິດ, ອິນເຕີເນັດແລະຂ່າວສານ, ອີເລັກໂຕຼນິກ, ສິ່ງແວດລ້ອມ, ການຄ້າອອນລາຍ, ເສດຖະສາດ, ການເງິນແລະຊັຍສິນ, ກົດໝາຍ ແລະ ອື່ນໆ.
✴ ເວລາສະໝັກ: ນັບແຕ່ມື້ປະກາດ ຈົນຮອດວັນທີ 30.5.2025, ເລີ່ມຮຽນ ເດືອນ 9-10.2025
⏩ ເງື່ອນໄຂຜູ້ສະໝັກ: ນັກຮຽນ, ນັກສຶກສາ, ພະນັກງານ ແລະ ບຸກຄົນທົ່ວໄປ ທີ່ຖືສັນຊາດລາວ, ປະລິນຍາຕີອາຍຸ 18-25 ປີ, ຈົບ ມ.7 ຫຼື ກຳລັງຮຽນ ມ.7; ຜົນການຮຽນໃນໄລຍະຜ່ານມາຢູ່ໃນລະດັບດີ ແລະ ໄດ້ພາສາຈີນໃນລະດັບດີ ເຊິ່ງຕ້ອງມີ HSK4-180 ຄະແນນຂຶ້ນໄປ.