ທຶນຮຽນ ມ.ປາຍ ແລະ ຊັ້ນສູງ 2025 ຢູ່ຮົງເຮີ

A13:  ປະກາດທຶນຮຽນ ມ.ປາຍ ຄວບຄູ່ວິຊາຊີບ ໄລຍະຮຽນ 3 ປີ ແລະ ຊັ້ນສູງ 3 ປີ ທີ່ ວິທະຍາໄລເຕັກນິກວິຊາຊີບຮົງເຮີ ເມືອງຮົງເຮີ ແຂວງຢູນນານ   红河职业技术学院 Honghe Vocational and Technical College.

1. ຜູ້ທີ່ຈົບ ມ.4 ສາມາດສະໝັກຮຽນ ມ.ປາຍ ຄວບຄູ່ວິຊາຊີບ 3 ປີ, ຫຼັງຈາກຈົບ 3 ປີແລ້ວ ສາມາດເຊື່ອມຕໍ່ຊັ້ນສູງ ຫຼື ຮຽນຕໍ່ປະລິນຍາຕີໄດ້.

2. ຜູ້ທີ່ຈົບ ມ.7 ສາມາດສະໝັກເຂົ້າຮຽນຊັ້ນສູງ 3 ປີ ຫຼັງຈາກນັ້ນ ສາມາດເຊື່ອມຕໍ່ປະລິນຍາຕີໄດ້.

ປະເພດທຶນ: ເປັນທຶນໂຮງຮຽນ

1.  ຄ່າຮຽນຟຣີ 3 ປີ

2. ຄ່າຫໍພັກຟຣີ 3 ປີ

3. ຄ່າຕຳລາຮຽນຟຣີ

4. ວີຊ້າເຂົ້າປະເທດຟຣີ 1 ຄັ້ງ

5. ຄ່າເດິນທາງຟຣີ 1 ຖ້ຽວ

6. ພາກຮຽນທຳອິດ ປະມານ (3-4 ເດືອນ) ຈະບໍ່ມີເບ້ຍລ້ຽງ

7. ມີ ອາຈານ ນຳພາສົ່ງຮອດໂຮງຮຽນ

ນະໂຍບາຍພິເສດ

1. ຫຼັງຈາກສີ້ນສຸດພາກຮຽນທຳອິດແລ້ວ ຈະໄດ້ຮຽນວິຊາທັກສະວິຊາສະເພາະ, ໄລຍະຮຽນທັກສະວິຊາສະເພາະຈະໄດ້ເບ້ຍລ້ຽງ 500-1500 ຢວນ/ເດືອນ.

2. ນັກສຶກສາທີ່ຮຽນເກັ່ງ, ຄຸນສົມບັດດີ ຈະໄດ້ຮັບທຶນຈາກລັດຖະບານຈີນ 4000 ຢວນ ຫຼື ທຶນແຂວງຢູນນານ 2000 ຢວນຕໍ່ປີ.

3. ໃນປີທີ 3 ໂຮງຮຽນໃຫ້ນັກສຶກສາຝຶກງານເຮັດວຽກຕົວຈິງ ໂດຍຈັດນັກສຶກສາເປັນກຸ່ມໆ ເຮັດວຽກໄລຍະ 6-12 ເດືອນ ຫຼັງຈາກຝຶກງານສຳເລັດແລ້ວ ຈະໄດ້ຮັບຄ່າແຮງງານໄລ່ຍ້ອນຄືນ 2000-3500 ຢວນ/ເດືອນ ຕະຫຼອດໄລຍະຝຶກງານ.

4. ພາຍຫຼັງຮຽນຈົບແລ້ວ ໂຮງຮຽນສາມາດແນະນຳຊັບຊ້ອນໃຫ້ໄປເຮັດວຽກຢູ່ໃນວິສາຫະກິດຕ່າງໆ. ນອກຈາກນັ້ນ ສຳລັບຜູ້ທີ່ຮຽນເກັ່ງພິເສດ, ຄຸນສົມບັດດີ ຈະມີວິສາຫະກິດຕ່າງໆມອບເງິນໃຫ້ເປັນຕົ້ນທຶນເລີ່ມຕົ້ນສ້າງຕັ້ງທຸລະກິດສ່ວນຕົວໃຫ້.

ສາຂາຮຽນ: ບໍລິຫານການທ່ອງທ່ຽວ, ບໍລິຫານຄຸ້ມຄອງການຂົນສົ່ງ, ການຄ້າອອນລາຍ.

ເງື່ອນໄຂການສະໝັກ: ເປັນນັກຮຽນຈົບ ມ.4 ຫຼື ຈົບ ມ.7 ແລ້ວ, ອາຍຸລະຫວ່າງ 15-23 ປີ, ສຸຂະພາບແຂງແຮງ, ມີຄວາມດຸໝັ່ນອົດທົນ, ມີທັດສະນະຄະຕິທີ່ດີ, ບໍ່ມີພື້ນຖານພາສາຈີນກໍສະໝັກໄດ້. ບໍ່ເນັ້ນພາສາ ແລະ ທິດສະດີ ແຕ່ເນັ້ນການປະຕິບັດຕົວຈິງ.

ເອກະສານທີ່ຕ້ອງປະກອບ: ພາສປອດ, ໃບປະກາດ, ໃບຄະແນນ, ໃບກວດສຸຂະພາບ, ໃບແຈ້ງໂທດ, ຊີວະປະຫວັດ, ຮູບຕິດບັດເປັນຟາຍ.

ໂຄຕ້າທຶນ:      500 ທຶນ

ປິດຮັບ:         ວັນທີ 30/7/2025

ເຂົ້າຮຽນ:       910/2025