ທຶນຮຽນຕໍ່ຈີນ ປ.ຕີ 2025 大理大学

A9: ທຶນຮຽນປະລິນຍາຕີ 4-5 ປີ

ຊື່ໂຮງຮຽນ: ມະຫາວິທະຍາໄລຕ້າລີ 大理大学Dali University ຕັ້ງຢູ່ເມືອງທ່ອງທ່ຽວຍອດນິຍົມຕ້າລີ ແຂວງຢູນນານ. ມີເນື້ອທີ່ວິທະຍາເຂດກວ້າງເຖິງ 1,533,333 ຕາແມັດ, ປັດຈຸບັນມີຄູອາຈານທັງໝົດ 1,294 ຄົນ, ມີນັກສຶກສາທັງໝົດ 22,00 ຄົນ, ປະກອບມີ 19 ຄະນະວິຊາ, ມີສາຂາຮຽນທັງໝົດເກືອບ 100 ສາຂາ.

 ປະເພດທຶນ: ທຶນລັດຖະບານຈີນ ພາຍໃຕ້ໂຄງການຮ່ວມມືບັນດາປະເທດລຸ່ມແມ່ນໍ້ຂອງ ເຊິ່ງມີເງື່ອນໄຂດັ່ງນີ້:

1️⃣ ຄ່າຮຽນຟຣີ 4-5 ປີ

2️⃣ ຄ່າຫໍພັກຟຣີ 4-5 ປີ

3️⃣ ມີເບ້ຍລ້ຽງ 800 ຢວນ/ເດືອນ

ໂຄຕ້າທຶນ: 15 ທຶນ 

ສາຂາຮຽນ: ແພດສາດ (Clinical Medicine), ບໍລິຫານທຸລະກິດ, ພາສາຈີນ. ສາມາດເລືອກຮຽນໄດ້ຕາມຄວາມສົນໃຈ ເຊິ່ງເປັນຫຼັກສູດລະບົບພາສາຈີນທັງໝົດ. ໃນນີ້ແພດສາດຈະໄດ້ຮຽນ 5 ປີ, ສ່ວນບໍລິຫານທຸລະກິດ ແລະ ພາສາຈີນ ຈະໄດ້ຮຽນ 4 ປີ.

ເວລາສະໝັກ: ນັບແຕ່ມື້ປະກາດ ຈົນຮອດວັນທີ 30.7.2025, ເລີ່ມຮຽນ ເດືອນ 9-10.2025

ເງື່ອນໄຂຜູ້ສະໝັກ: ນັກຮຽນ, ນັກສຶກສາ, ພະນັກງານ, ທະຫານ, ຕຳຫຼວດ ແລະ ບຸກຄົນທົ່ວໄປ ທີ່ຖືສັນຊາດລາວ, ປະລິນຍາຕີອາຍຸ 18-25 ປີ, ຈົບ ມ.7 ຫຼື ກຳລັງຮຽນ ມ.7; ຜົນການຮຽນໃນໄລຍະຜ່ານມາຢູ່ໃນລະດັບດີ ແລະ ໄດ້ພາສາຈີນໃນລະດັບດີ ເຊິ່ງຕ້ອງມີ HSK4-230 ຄະແນນຂຶ້ນໄປ.