⏩ A7: ທຶນຮຽນມັດທະຍົມຕອນປາຍ 3 ປີ
✳ ຊື່ໂຮງຮຽນ: ໂຮງຮຽນຮວາແຊວກວາງຊີ 广西华侨学校Guangxi Overseas Chinese School ຕັ້ງຢູ່ໃຈກາງເມືອງນານນິງ ແຂວງກວາງຊີ. ມີເນື້ອທີ່ໂຮງຮຽນກວາງເຖິງ 453,333 ຕາແມັດ, ປັດຈຸບັນມີຄູອາຈານທັງໝົດ 297 ຄົນ, ມີນັກຮຽນ 7,000 ກວ່າຄົນ ໃນນີ້ມີນັກຮຽນຕ່າງປະເທດ 500 ກວ່າຄົນ ມາຈາກ 16 ປະເທດ.
✳ ຈຸດເດັ່ນຂອງໂຮງຮຽນ:
1) ເປັນໂຮງຮຽນມັດທະຍົມແຫ່ງທຳອິດທີ່ລັດຖະບານຈີນສ້າງຂຶ້ນ ເພື່ອຮອງຮັບນັກຮຽນມັດທະຍົມປາຍ ທີ່ເປັນລູກຫຼານເຊື້ອສາຍຈີນ ຈາກບັນດາປະເທດອາຊຽນ.
2) ເປັນສູນກາງແລກປ່ຽນວັດທະນະທຳຈີນ ຂອງຊາວຈີນທີ່ອາໄສຢູ່ຕ່າງປະເທດ.
3) ເປັນໂຮງຮຽນຂອງລັດ ທີ່ມີຄວາມສຳຄັນລະດັບຊາດ.
✳ ຄ່າໃຊ້ຈ່າຍໃນການຮຽນມັດທະຍົມຕອນປາຍ ດ້ວຍທຶນຕົນເອງ:
1️⃣ ຄ່າຮຽນ 8,000 ຢວນ/ປີ
2️⃣ ຄ່າຫໍພັກ 2,800 ຢວນ/ປີ
3️⃣ ຄ່າລົງທະບຽນ 500 ຢວນ/ປີ
4️⃣ ຄ່າປຶ້ມຕຳລາ 400 ຢວນ/ປີ
5️⃣ ຄ່າກວດສຸຂະພາບ, ຄ່າວີຊ້າ, ຄ່າປະກັນໄພ, ເຄື່ອງນອນ ລວມກັນປະມານ 1,350 ຢວນ/ປີ
6️⃣ ອາຫານການກິນກຸ້ມຕົນເອງ.
✳ ທຶນສຳລັບເມືອງແຮກສ່ຽວ: ນັກຮຽນທີ່ມາຈາກເມືອງທີ່ໄດ້ແຮກສ່ຽວກັບເມືອງນານນິງ ແຂວງກວາງຊີ ຈະໄດ້ທຶນ:
1️⃣ ຄ່າຮຽນຟຣີ
2️⃣ ຄ່າຫໍພັກຟຣີ
3️⃣ ມີເບ້ຍລ້ຽງ 600 ຢວນ/ດ
✳ ທຶນມູນນິທິຊາວຈີນຢູ່ຕ່າງປະເທດ: ນັກຮຽນທີ່ສະໝັກໄດ້ທຶນມູນນິທິຊາວຈີນຢູ່ຕ່າງປະເທດ ຈະໄດ້ເປັນເງິນດັ່ງນີ້:
1️⃣ ທຶນປະເພດ 1: ຈະໄດ້ເງິນ 6,000 ຢວນ/ປີ
2️⃣ ທຶນປະເພດ 2: ຈະໄດ້ເງິນ 3,500 ຢວນ/ປີ
3️⃣ ທຶນປະເພດ 3: ຈະໄດ້ເງິນ 2,400 ຢວນ/ປີ
✡ ໂຄຕ້າທຶນ: ບໍ່ຈຳກັດ
✴ ເວລາສະໝັກ: ນັບແຕ່ມື້ປະກາດ ຈົນຮອດວັນທີ 30.6.2025, ເລີ່ມຮຽນ ເດືອນ 9.2025
⏩ ເງື່ອນໄຂຜູ້ສະໝັກ: ເປັນນັກຮຽນທີ່ກຳລັງຮຽນ ມ.4 ຫຼື ຈົບ ມ.4 ແລ້ວ ແລະ ໄດ້ພາສາຈີນໃນລະດັບກາງ ເຊິ່ງຕ້ອງມີ HSK4-180 ຄະແນນຂຶ້ນໄປ.
⏩ ວິທີສະໝັກ: ເອກະສານທີ່ຕ້ອງປະກອບ ແລະ ຂັ້ນຕອນການສະໝັກ ມີຂໍ້ແນະນຳຕ່າງຫາກ.