ທຶນຮຽນຕໍ່ຈີນ ປ.ຕີ ປ.ໂທ ປ.ເອກ 2025 兰州理工大学

A2: ທຶນຮຽນປະລິນຍາຕີ 4 ປີ, ປະລິນຍາໂທ 3 ປີ ແລະ ປະລິນຍາເອກ 4 ປີ

ຊື່ໂຮງຮຽນ: ມະຫາວິທະຍາໄລເທັກໂນໂລຢີລານໂຈ Lanzhou University of Technology 兰州理工大学 ຕັ້ງຢູ່ໃຈກາງເມືອງລານໂຈ ເທດສະບານແຂວງກັນຊູ ທາງພາກເໜືອ ສປຈີນ. ມີເນື້ອທີ່ວິທະຍາເຂດກວາງເຖິງ 1,620,000 ຕາແມັດ, ປັດຈຸບັນມີຄູອາຈານທັງໝົດ 2,507 ຄົນ, ມີນັກສຶກສາທັງໝົດ 31,009 ຄົນ ແລະ ມີ 19 ຄະນະວິຊາ.

 

ເງື່ອນໄຂທຶນມີດັ່ງນີ້:

1️⃣ ຄ່າຮຽນຟຣີ 4 ປີ

2️⃣ ຄ່າຫໍພັກຟຣີ 4 ປີ

3️⃣ ມີເບ້ຍລ້ຽງ 1,500 ຢວນ/ເດືອນ

ສາຂາຮຽນ: ມີທັງໝົດ 43 ສາຂາວິຊາ, ສາມາດເລືອກຮຽນໄດ້ຕາມຄວາມສົນໃຈ ເຊິ່ງເປັນຫຼັກສູດລະບົບພາສາຈີນທັງໝົດ ເຊັ່ນ: ໄອທີ, ວິທະຍາສາດຄອມພິວເຕີ, ສະຖາປັດ, ວິສະວະກຳໄຟຟ້າ, ວິສະວະກຳເຂື່ອນພະລັງນໍ້າ, ຄວາມປອດໄພທາງອິນເຕີເນັດ, ຫຸ່ນຍົນ, ການບໍລິຫານຊັບສິນ, ບໍລິຫານທຸລະກິດ, ການບັນຊີ, ການຕະຫຼາດ, ການເງິນ, ການຄ້າສາກົນ, ການອອກແບບຜະລິດຕະພັນ, ການອອກແບບແລະຕັດຕໍ່ວີດີໂອ, ພາສາຈີນ ແລະ ສາຂາອື່ນໆ.  

ໂຄຕ້າທຶນ:  20 ທຶນ 

ເວລາສະໝັກ: ນັບແຕ່ມື້ປະກາດ ຈົນຮອດວັນທີ 30.6.2025, ເລີ່ມຮຽນເດືອນ 9-10.2025

ເງື່ອນໄຂຜູ້ສະໝັກ: ນັກຮຽນ, ນັກສຶກສາ, ພະນັກງານ ແລະ ບຸກຄົນທົ່ວໄປ, ອາຍຸ 18-25 ປີ, ກຳລັງຮຽນ ມ.7 ຫຼື ຈົບ ມ.7 ຂຶ້ນໄປ; ຜົນການຮຽນໃນໄລຍະຜ່ານມາຢູ່ໃນລະດັບດີ ແລະ ໄດ້ພາສາຈີນໃນລະດັບກາງ ເຊິ່ງຕ້ອງມີ HSK4-220 ຂຶ້ນໄປ.

ເອກະສານ:  ເອກະສານທີ່ຕ້ອງປະກອບ ແລະ ຂັ້ນຕອນການສະໝັກ ມີຂໍ້ແນະນຳຕ່າງຫາກ.