⏩ A62: ທຶນຮຽນປະລິນຍາຕີ 4 ປີ
✳ ຊື່ໂຮງຮຽນ: ມະຫາວິທະຍາໄລຊີນານ 西南大学 Southwest University ຕັ້ງຢູ່ໃຈກາງນະຄອນຊົງຊີ້ງ. ເປັນມະຫາວິທະຍາໄລທີ່ດີ ຈັດຢູ່ແຖວໜ້າຂອງປະເທດຈີນ ເຊິ່ງຕິດໂຄງການ 985, ໂຄງການ 211 ແລະ Double first class ລະດັບຊາດ.
✳ປະເພດທຶນ: ທຶນໂຄງການເສັ້ນທາງສາຍໄໝ 丝路奖学金 ເຊິ່ງມີເງື່ອນໄຂດັ່ງນີ້:
ປະເພດ A:
1️⃣ ຄ່າຮຽນຟຣີ
2️⃣ ໄດ້ຈ່າຍຄ່າຫໍພັກ 6,000 ຢວນ/ປີ 4 ຄົນ/ຫ້ອງ, 9,000 ຢວນ/ປີ 2 ຄົນ/ຫ້ອງ, 12,000 ຢວນ/ປີ 1 ຄົນ/ຫ້ອງ.
3️⃣ ມີເງິນເບ້ຍລ້ຽງ 1,100 ຢວນ/ເດືອນ.
4️⃣ ວີຊ່າຟຣີ 1 ຄັ້ງ.
ປະເພດ B:
1️⃣ ຄ່າຮຽນຟຣີ
2️⃣ ໄດ້ຈ່າຍຄ່າຫໍພັກ 6,000 ຢວນ/ປີ 4 ຄົນ/ຫ້ອງ, 9,000 ຢວນ/ປີ 2 ຄົນ/ຫ້ອງ, 12,000 ຢວນ/ປີ 1 ຄົນ/ຫ້ອງ.
3️⃣ ວີຊ່າຟຣີ 1 ຄັ້ງ.
⏩ ສາຂາຮຽນ: ຜູ້ທີ່ມີ HSK4: ພາສາຈີນ, Visual Communication Design, ການອອກແບບສວນສາທາລະນະ, ການອອກແບບເສື້ອຜ້າ, ເທັກໂນໂລຊີລ້ຽງສັດ. ຜູ້ທີ່ມີ HSK5: ນັກຂ່າວ, ວິສະວະກຳໂທລະຄົມ, ບໍລິຫານທຸລະກິດ, ເສດຖະສາດ, ການເງິນ, ການບໍລິຫານຄຸ້ມຄອງ, ກົດໝາຍ, ເທັກໂນໂລຊີອາຫານ.
⏩ ເງື່ອນໄຂຜູ້ສະໝັກ: ນັກຮຽນ, ນັກສຶກສາ, ພະນັກງານ ແລະ ບຸກຄົນທົ່ວໄປ ທີ່ຖືສັນຊາດລາວ, ອາຍຸ 18-25 ປີ, ກຳລັງຮຽນ ມ.7 ຫຼື ຈົບ ມ.7 ຂຶ້ນໄປ; ຜົນການຮຽນໃນໄລຍະຜ່ານມາຢູ່ໃນລະດັບດີ ແລະ ໄດ້ພາສາຈີນໃນລະດັບດີ ເຊິ່ງຕ້ອງມີ HSK4-200 ຫຼື HSK5-180 ຂຶ້ນໄປ.
✡ ໂຄຕ້າທຶນ: 30 ທຶນ
✴ ປິດຮັບສະໝັກ: ວັນທີ 10.6.2025, ເລີ່ມຮຽນເດືອນ 9.2025
⏩ ເອກະສານ: ເອກະສານທີ່ຕ້ອງປະກອບ ແລະ ຂັ້ນຕອນການສະໝັກ ມີຂໍ້ແນະນຳຕ່າງຫາກ.