ທຶນຮຽນ ປ.ຕີ 西南政法大学 ຊົງຊີ້ງ 2025

A30: ທຶນຮຽນປະລິນຍາຕີ 4 ປີ

ຊື່ໂຮງຮຽນ: ມະຫາວິທະຍາໄລວິທະຍາດສາດການເມືອງ ແລະ ກົດໝາຍ 西南政法大学 Southwest University of Political Science and Law ຕັ້ງຢູ່ໃຈກາງນະຄອນຊົງຊີ້ງ.  

ປະເພດທຶນ 1: ທຶນມະຫາວິທະຍາໄລ ເຊິ່ງມີເງື່ອນໄຂດັ່ງນີ້:

1️⃣ ຄ່າຮຽນຟຣີ

2️⃣ ຄ່າຫໍພັກຟຣີ (4ຄົນ/ຫ້ອງ)

3️⃣ ມີເງິນເບ້ຍລ້ຽງ 1,000 ຢວນ/ເດືອນ.

 

ປະເພດທຶນ 2: ທຶນມະຫາວິທະຍາໄລ ເຊິ່ງມີເງື່ອນໄຂດັ່ງນີ້:

1️⃣ ຄ່າຮຽນຟຣີ

2️⃣ ຄ່າຫໍພັກຟຣີ (4ຄົນ/ຫ້ອງ)

3️⃣ ມີເງິນເບ້ຍລ້ຽງ 700 ຢວນ/ເດືອນ.

 

ປະເພດທຶນ 3: ທຶນມະຫາວິທະຍາໄລ ເຊິ່ງມີເງື່ອນໄຂດັ່ງນີ້:

1️⃣ ຄ່າຮຽນຟຣີ

2️⃣ ຄ່າຫໍພັກຟຣີ (4ຄົນ/ຫ້ອງ)

3️⃣ ບໍ່ມີເງິນເບ້ຍລ້ຽງ

ສາຂາຮຽນ: ຫຼັກສູດລະບົບພາສາຈີນ: ກົດໝາຍ, ການຄ້າສາກົນ, ການຄ້າອອນລາຍ.

ຫຼັກສູດລະບົບພາສາອັງກິດ: ການຄ້າສາກົນ.

ເງື່ອນໄຂຜູ້ສະໝັກ: ນັກຮຽນ, ນັກສຶກສາ, ພະນັກງານ ແລະ ບຸກຄົນທົ່ວໄປ ທີ່ຖືສັນຊາດລາວ, ອາຍຸ 18-25 ປີ, ຈົບ ມ.7 ຫຼື ກຳລັງຮຽນ ມ.7; ຜົນການຮຽນໃນໄລຍະຜ່ານມາຢູ່ໃນລະດັບດີ ແລະ ໄດ້ພາສາຈີນໃນລະດັບດີ ເຊິ່ງຕ້ອງມີ HSK4180 ຂຶ້ນໄປ ສຳລັບຫຼັກສູດລະບົບພາສາຈີນ, ແລະ ຕ້ອງມີ IELTS 6.5 ຂຶ້ນໄປ ສຳລັບຫຼັກສູດລະບົບພາສາອັງກິດ.

ໂຄຕ້າທຶນ: 15 ທຶນ

ເວລາສະໝັກ: ນັບແຕ່ມື້ປະກາດ ຈົນຮອດວັນທີ 20.5.2025, ເລີ່ມຮຽນເດືອນ 9.2025

ເອກະສານ: ເອກະສານທີ່ຕ້ອງປະກອບ ແລະ ຂັ້ນຕອນການສະໝັກ ມີຂໍ້ແນະນຳຕ່າງຫາກ.