⏩ A32: ທຶນຮຽນປະລິນຍາຕີ 4 ປີ
✳ ຊື່ໂຮງຮຽນ: ມະຫາວິທະຍາໄລເທັກໂນໂລຊີພາກໃຕ້ 南方科技大学 Southern University of Science and Technology ຕັ້ງຢູ່ເຂດເສດຖະກິດພິເສດເສີນເຈີ້ນ ແຂວງກວາງຕຸ້ງ.
✳ ປະເພດທຶນ: ທຶນໂຄງການ ເຊິ່ງມີເງື່ອນໄຂດັ່ງນີ້:
1️⃣ ຄ່າຮຽນຟຣີ
2️⃣ ຄ່າຫໍພັກຟຣີ
3️⃣ ຄ່າປະກັນໄພຟຣີ
4️⃣ ມີເງິນເບ້ຍລ້ຽງ 2,500 ຢວນ/ເດືອນ.
⏩ ສາຂາຮຽນຫຼັກສູດລະບົບພາສາອັງກິດ: ໄອທີ, ພະລັງງານສະອາດ, ການເງິນ, ກົນຈັກ, ວິສະວະກຳການບິນ, ເອໄອ ແລະ ອື່ນໆອີກຫຼາຍສາຂາ.
⏩ ເງື່ອນໄຂຜູ້ສະໝັກ: ນັກຮຽນ, ນັກສຶກສາ, ພະນັກງານ ແລະ ບຸກຄົນທົ່ວໄປ ທີ່ຖືສັນຊາດລາວ, ອາຍຸ 18-25 ປີ, ຈົບ ມ.7 ຫຼື ກຳລັງຮຽນ ມ.7; ຜົນການຮຽນໃນໄລຍະຜ່ານມາຢູ່ໃນລະດັບດີ ເຊິ່ງຄະແນນສະເລ່ຍ 7.5 ຂຶ້ນໄປ ແລະ ໄດ້ພາສາອັງກິດໃນລະດັບດີ ເຊິ່ງຕ້ອງມີ IELTS 6.0 ຂຶ້ນໄປ.
✡ ໂຄຕ້າທຶນ: 15 ທຶນ
✴ ເວລາສະໝັກ: ນັບແຕ່ມື້ປະກາດຈົນຮອດວັນທີ 30.4.2025, ເລີ່ມຮຽນເດືອນ 9.2025
⏩ ເອກະສານ: ເອກະສານທີ່ຕ້ອງປະກອບ ແລະ ຂັ້ນຕອນການສະໝັກ ມີຂໍ້ແນະນຳຕ່າງຫາກ.