⏩ A25: ທຶນຮຽນປະລິນຍາຕີ 4 ປີ, ປະລິນຍາໂທ 3 ປີ ແລະ ປະລິນຍາເອກ 4 ປີ
✳ ຊື່ໂຮງຮຽນ: ມະຫາວິທະຍາໄລຊົນເຜົ່າກວາງຊີ: Guangxi Minzu University 广西民族大学 ຕັ້ງຢູ່ນານນິງ ເທດສະບານແຂວງກວາງຊີ.
✳ ປະເພດທຶນ: ທຶນນັກສຶກສາອາຊຽນ ເຊິ່ງມີເງື່ອນໄຂດັ່ງນີ້:
1️⃣ ຄ່າຮຽນຟຣີ
2️⃣ ຄ່າຫໍພັກຟຣີ
3️⃣ ຄ່າປະກັນໄພຟຣີ
4️⃣ ມີເບ້ຍລ້ຽງ ປ.ຕີ 1,000 ຢ/ດ; ປ.ໂທ 1,500 ຢ/ດ, ປ.ເອກ 2,000 ຢ/ດ
⏩ ສາຂາຮຽນ: ມີທັງໝົດ 70 ສາຂາຮຽນ ສາມາດເລືອກຮຽນໄດ້ຕາມຄວາມສົນໃຈ ເປັນຫຼັກສູດລະບົບພາສາຈີນທັງໝົດ.
✡ ໂຄຕ້າທຶນ: 10 ທຶນ
✴ ເວລາສະໝັກ: ນັບແຕ່ມື້ປະກາດ ຈົນຮອດວັນທີ 31.5.2025, ເລີ່ມຮຽນ ເດືອນ 9.2025
⏩ ເງື່ອນໄຂຜູ້ສະໝັກ: ນັກຮຽນ, ນັກສຶກສາ, ພະນັກງານ ແລະ ບຸກຄົນທົ່ວໄປ ທີ່ຖືສັນຊາດລາວ, ປະລິນຍາຕີອາຍຸ 18-25 ປີ, ຈົບ ມ.7 ຫຼື ກຳລັງຮຽນ ມ.7; ປະລິນຍາໂທອາຍຸບໍ່ເກີນ 35 ປີ, ຈົບປະລິນຍາຕີ; ປະລິນຍາເອກອາຍຸບໍ່ເກີນ 40 ປີ, ຈົບປະລິນຍາໂທ; ຜົນການຮຽນໃນໄລຍະຜ່ານມາຢູ່ໃນລະດັບດີ ແລະ ໄດ້ພາສາຈີນໃນລະດັບດີ ເຊິ່ງຕ້ອງມີ HSK4-240 ຂຶ້ນໄປ.
⏩ ເອກະສານ: ເອກະສານທີ່ຕ້ອງປະກອບ ແລະ ຂັ້ນຕອນການສະໝັກ ມີຂໍ້ແນະນຳຕ່າງຫາກ