A64: ທຶນຮຽນ ປ.ຕີ 4 ປີ 2025 山西师范大学

🌐 ຊື່ໂຮງຮຽນ: ມະຫາວິທະຍາໄລສ້າງຄູຊານຊີ 山西师范大学 Shanxi Normal University ຕັ້ງຢູ່ໃຈກາງເມືອງໄທ້ຢວນ ເທດສະບານແຂວງຊານຊີ ຕິດກັບນະຄອນຫຼວງປັກກິ່ງ ເປັນມະຫາວິທະຍາໄລທີ່ຫາກໍ່ຍ້າຍຈາກຕ່າງເມືອງເຂົ້າມາເທດສະບານແຂວງ, ຕຶກອາຄານ, ສິ່ງກໍ່ສ້າງຕ່າງໆຍັງໃໝ່ອ່ຽມທັງໝົດ.

ເງື່ອນໄຂທຶນມີດັ່ງນີ້:

1️⃣ ຄ່າຮຽນຟຣີ 4 ປີ

2️⃣ ຄ່າຫໍພັກຟຣີ 4 ປີ

3️⃣ ມີເບ້ຍລ້ຽງ 900-1,100 ຢວນ/ເດືອນ

4️⃣ ວີຊ່າເຂົ້າປະເທດຟຣີ 1 ຄັ້ງ

5️⃣ ປີ້ຍົນຟຣີ 1 ຖ້ຽວ

ສາຂາຮຽນ: ບໍລິຫານການທ່ອງທ່ຽວ Tourism Management

ເງື່ອນໄຂຜູ້ສະໝັກ: ເປັນນັກຮຽນ-ນັກສຶກສາ, ພະນັກງານ ແລະ ບຸກຄົນທົ່ວໄປ, ອາຍຸ 18-25 ປີ, ສຸຂະພາບແຂງແຮງ, ກຳລັງຮຽນ ມ.7 ຫຼື ຈົບ ມ.7 ຂຶ້ນໄປ, ສຳລັບຜູ້ຊາຍຕ້ອງມີ HSK4-220 ຂຶ້ນໄປ, ສຳລັບຜູ້ຍິງ HSK4-240 ຂຶ້ນໄປ ເພາະວ່າ ນັກສຶກສາມະຫາວິທະຍາໄລແຫ່ງນີ້ ສ່ວນຫຼາຍເປັນຜູ້ຍິງ, ຕ້ອງການສັດສ່ວນນັກສຶກສາຊາຍເພີ່ມຂຶ້ນ ຈຶ່ງໃຫ້ບູລິມະສິດແກ່ຜູ້ສະໝັກທີ່ເປັນຜູ້ຊາຍ. 

ປິດຮັບສະໝັກ: 20.5.2025

ເຂົ້າຮຽນເດືອນ 9-10.2025