🌐 ຊື່ໂຮງຮຽນ: ມະຫາວິທະຍາໄລການແພດຈີນກັນຊູ Gansu University of Chinese Medicine 甘肃中医药大学 ຕັ້ງຢູ່ເມືອງລານໂຈ ເທດສະບານແຂວງກັນຊູ.
✅ທຶນໂຄງການເສັ້ນທາງສາຍໄໝ 丝绸之路奖学金 ເປັນທຶນເຕັມຮ້ອຍ
ເຊິ່ງມີເງື່ອນໄຂດັ່ງນີ້:
⏩ປະເພດ A:
1️⃣ຄ່າຮຽນຟຣີ
2️⃣ຄ່າຫໍພັກຟຣີ
3️⃣ໄດ້ເບ້ຍລ້ຽງ 1,200
ຢວນ/ເດືອນ
⏩ປະເພດ B:
1️⃣ຄ່າຮຽນຟຣີ
2️⃣ຄ່າຫໍພັກຟຣີ
3️⃣ໄດ້ເບ້ຍລ້ຽງ 1,000
ຢວນ/ເດືອນ
⏩ປະເພດ C:
1️⃣ຄ່າຮຽນຟຣີ
2️⃣ຄ່າຫໍພັກຟຣີ
3️⃣ໄດ້ເບ້ຍລ້ຽງ 800 ຢວນ/ເດືອນ
✅ ສາຂາຮຽນ: ພະຍາບານ,
ການຢາ, ແພດສາດປິ່ນປົວທົ່ວໄປ (中西医临床医学), ການແພດຈີນ, ຢາພື້ນເມືອງຈີນ, ການນວດແລະຝັງເຂັມ, ແພດປ້ອງກັນ (Preventive
Medicine), ການຄ້າສາກົນ. (ສະເພາະສາຂາການຄ້າສາກົນ ຄ່າຮຽນ ແລະ
ຄ່າຫໍພັກຟຣີ ແຕ່ບໍ່ມີເບ້ຍລ້ຽງ).
(ປ.ໂທ ແລະ ປ.ເອກ
ກໍມີທຶນ ສາມາດສອບຖາມເພີ່ມເຕີມໄດ້)
⏩ ເງື່ອນໄຂຜູ້ສະໝັກ:
ນັກຮຽນ-ນັກສຶກສາ, ພະນັກງານ ແລະ ບຸກຄົນທົ່ວໄປ ທີ່ຖືສັນຊາດລາວ,
ອາຍຸ 18-25 ປີ, ຜົນການຮຽນຜ່ານມາໃນລະດັບດີ
ແລະ ຖ້າໄດ້ພາສາຈີນໃນລະດັບກາງ ເຊິ່ງມີ HSK4 ຂຶ້ນໄປແມ່ນເຂົ້າສາຍເລີຍ
ຈະໄດ້ທຶນເຕັມ. ຖ້າບໍ່ມີ HSK4 ເທື່ອ ແມ່ນຈະໄດ້ກຽມພາສາ 1 ປີກ່ອນ
ໄລຍະກຽມພາສາ 1 ປີ ຈະໄດ້ທຶນຄ່າຮຽນຟຣີ ແລະ ຫໍພັກຟຣີ, ແຕ່ບໍ່ມີເບ້ຍລ້ຽງ. ເສັງຜ່ານ 4
ຈີ ເຂົ້າສາຍຈຶ່ງໄດ້ເບ້ຍລ້ຽງ.
✅ ວິທີສະໝັກ:
ເອກະສານທີ່ຕ້ອງປະກອບ ແລະ ຂັ້ນຕອນການສະໝັກ ມີຂໍ້ແນະນຳຕ່າງຫາກ.
✅ ໝົດເຂດສະໝັກ: 30.5.2025
✅ ເລີ່ມຕົ້ນຮຽນ: 9.2025.