A53: ທຶນຮຽນ ປ.ຕີ 4 ປີ 2025 安徽师范大学

ຊື່ໂຮງຮຽນ: ມະຫາວິທະຍາໄລສ້າງຄູອ່ານຮຸ່ຍ 安徽师范大学 Anhui Normal University ຕັ້ງຢູ່ເທດສະບານແຂວງອ່ານຮຸ່ຍ.

ທຶນມະຫາວິທະຍາໄລ ມີເງື່ອນໄຂດັ່ງນີ້:

ປະເພດ A: ໄດ້ເງິນອຸດໜູນ 30,000 ຢວນ/ປີ

ປະເພດ B: ໄດ້ເງິນອຸດໜູນ 20,000 ຢວນ/ປີ

ປະເພດ C: ໄດ້ເງິນອຸດໜູນ 15,000 ຢວນ/ປີ

ໝາຍເຫດ: ຄ່າຮຽນ 15,000 ຢວນ/ປີ; ຄ່າຫໍພັກ 1,200 ຢວນ/ປີ 2 ຄົນ/ຫ້ອງ; 1,000 ຢວນ/ປີ 4 ຄົນ/ຫ້ອງ.

ສາຂາຮຽນ: ພາສາຈີນ, ເສດຖະສາດ, ການບັນຊີ, ການບໍລິຫານຊັບສິນ, ການໂຄສະນາ, ອິນເຕີເນັດແລະມີເດຍ, ການອອກຂ່າວ.

ເງື່ອນໄຂຜູ້ສະໝັກ: ນັກຮຽນ, ນັກສຶກສາ, ພະນັກງານ ແລະ ບຸກຄົນທົ່ວໄປ ທີ່ຖືສັນຊາດລາວ, ອາຍຸ 18-28 ປີ, ກຳລັງຮຽນ ມ.7 ຫຼື ຈົບ ມ.7 ຂຶ້ນໄປ; ຜົນການຮຽນໃນໄລຍະຜ່ານມາຢູ່ໃນລະດັບດີ ແລະ ໄດ້ພາສາຈີນໃນລະດັບກາງ ເຊິ່ງຕ້ອງມີ HSK4180 ຂຶ້ນໄປ.

ປິດຮັບສະໝັກ: ວັນທີ 30.5.2025, ເລີ່ມຮຽນເດືອນ 9-10.2025.