A51: ທຶນຮຽນ ປ.ຕີ 4 ປີ 2025 ຢູ່ຊີອ່ານ

ຊື່ໂຮງຮຽນ: ມະຫາວິທະຍາໄລອຸດສາຫະກຳຊີເປີຍ 西北工业大 Northwestern Polytechnical University ຕັ້ງຢູ່ໃຈກາງເມືອງຊີອ່ານ ແຂວງຊານຊີ. ເປັນມະຫາວິທະຍາໄລທີ່ຕິດໂຄງການ 985, ໂຄງການ 211, 111 ແລະ Double first class. 西北工业大是国重点大学;位列国家双一流985工程211工程七五”“八五均被国务院列为国家重点建设高校之一,入选2011计划111计划”.

ທຶນໂຮງຮຽນ ມີເງື່ອນໄຂດັ່ງນີ້:

ປະເພດ A: 

1️⃣ ຄ່າຮຽນຟຣີ

2️⃣ ຄ່າຫໍພັກຟຣີ

3️⃣ ມີເບ້ຍລ້ຽງ 1,500 ຢວນ/ເດືອນ

ປະເພດ B:  1️⃣ ຄ່າຮຽນຟຣີ

ປະເພດ C:  1️⃣ ຫຼຸດຄ່າຮຽນ 50%

 

ທຶນໂຄງການເສັ້ນທາງສາຍໄໝ ມີເງື່ອນໄຂດັ່ງນີ້:

ປະເພດ A: 

1️⃣ ຄ່າຮຽນຟຣີ

2️⃣ ຄ່າຫໍພັກຟຣີ

3️⃣ ມີເບ້ຍລ້ຽງ 1,500 ຢວນ/ເດືອນ

ປະເພດ B: 

1️⃣ ຄ່າຮຽນຟຣີ

2️⃣ ມີເບ້ຍລ້ຽງ 1,500 ຢວນ/ເດືອນ

ປະເພດ C: 

1️⃣ ຫຼຸດຄ່າຮຽນ 50%

2️⃣ ມີເບ້ຍລ້ຽງ 1,500 ຢວນ/ເດືອນ

ໝາຍເຫດ: ຄ່າຮຽນຫຼັກສູດພາສາຈີນ: 20,000 ຢວນ/ປີ, ຄ່າຮຽນຫຼັກສູດພາສາອັງກິດ: 22,000 ຢວນ/ປີ, ຄ່າຫໍພັກ 7,200 ຢວນ/ປີ,
ນອນ 3 ຄົນ/ຫ້ອງ ລະດັບໂຮງແຮມ.

 

ສາຂາຮຽນ: ຫຼັກສູດພາສາຈີນ: ການຄ້າສາກົນ, ກົດໝາຍ, ການບໍລິຫານຄຸ້ມຄອງ, ເອໄອ, ໂທລະຄົມ, ວິສະວະກຳໂປຣແກມ, ເທັກໂນໂລຊີສັດລ້ຽງ, ວັດສະດຸ.ຫຼັກສູດພາສາອັງກິດ: ບໍລິຫານທຸລະກິດ, ໄອທີ, ເທັກໂນໂລຊີອັດຕາໂນມັດ, ໂທຍາ, ກົນຈັກ, ວັດສະດຸ, ການບິນ.

ເງື່ອນໄຂຜູ້ສະໝັກ: ນັກຮຽນ, ນັກສຶກສາ, ພະນັກງານ ແລະ ບຸກຄົນທົ່ວໄປ, ອາຍຸ 18-25 ປີ, ກຳລັງຮຽນ ມ.7 ຫຼື ຈົບ ມ.7 ຂຶ້ນໄປ; ຜົນການຮຽນໃນໄລຍະຜ່ານມາຢູ່ໃນລະດັບດີ ແລະ ໄດ້ພາສາຈີນໃນລະດັບດີ ເຊິ່ງຕ້ອງມີ HSK5180 ຂຶ້ນໄປ ສຳລັບຫຼັກສູດພາສາຈີນ, ຕ້ອງມີໄອແອລ 6.0 ຂຶ້ນໄປ ສຳລັບຫຼັກສູດພາສາອັງກິດ.

ໂຄຕ້າທຶນ: 20 ທຶນ 

ປິດຮັບສະໝັກ: ວັນທີ 15.5.2025, ເລີ່ມຮຽນເດືອນ 9-10.2025