✳ ຊື່ໂຮງຮຽນ: ມະຫາວິທະຍາໄລເທັກໂນໂລຢີປັກກິ່ງ 北京理工大学Beijing Institute of Technology ຕັ້ງຢູ່ນະຄອນຫຼວງປັກກິ່ງ,
ເປັນມະຫາວິທະຍາໄລທີ່ນອນໃນທອບ 10 ຂອງຈີນ ເຊິ່ງຕິດໂຄງການ 985, 211 ແລະ Double
first class ລະດັບຊາດ ແລະ Double first class ລະດັບ A ຂອງໂລກ.
✳ ປະເພດທຶນ 1: ເປັນທຶນມະຫາວິທະຍາໄລ
ເຊິ່ງມີເງື່ອນໄຂດັ່ງນີ້:
1️⃣ ຄ່າຮຽນຟຣີ
4 ປີ
2️⃣ ຄ່າຫໍພັກຟຣີ
4 ປີ
3️⃣ ວີຊ່າຟຣີ
1 ຄັ້ງ
✳ ປະເພດທຶນ 2: ເປັນທຶນມະຫາວິທະຍາໄລ
ເຊິ່ງມີເງື່ອນໄຂດັ່ງນີ້:
1️⃣ ຄ່າຮຽນຟຣີ
1 ປີ
2️⃣ ຄ່າຫໍພັກຟຣີ
1 ປີ
3️⃣ ວີຊ່າຟຣີ
1 ຄັ້ງ
✳ ປະເພດທຶນ 3: ເປັນທຶນມະຫາວິທະຍາໄລ
ເຊິ່ງມີເງື່ອນໄຂດັ່ງນີ້:
1️⃣ ຄ່າຮຽນຟຣີ
1 ປີ
2️⃣ ວີຊ່າຟຣີ 1
ຄັ້ງ
⏩ ສາຂາຮຽນ: ຫຼັກສູດພາສາອັງກິດ:
ວິສະວະກຳການບິນ, ກົນຈັກ, ໄອທີ, ອີເລັກໂຕຼນິກ ແລະ ການຄ້າສາກົນ; ຫຼັກສູດພາສາຈີນ: ລົດຍົນ, ວິສະວະກຳພະລັງງານ,
ໄອທີ, ວິສະວະກຳໂປຣແກມ, ຄວາມປອດໄພທາງອິນເຕີເນັດ, ໂທລະຄົມ, ອີເລັກໂຕຼນິກ, ການອອກແບບສິນຄ້າ,
ການຄ້າສາກົນ, ບໍລິຫານທຸລະກິດ, ກົດໝາຍ.
✡
ໂຄຕ້າທຶນ: 20 ທຶນ
✴ ປິດຮັບສະໝັກ: ວັນທີ 15.6.2025, ເລີ່ມຮຽນເດືອນ
9-10.2025
⏩ ເງື່ອນໄຂຜູ້ສະໝັກ: ນັກຮຽນ, ນັກສຶກສາ, ພະນັກງານ ແລະ ບຸກຄົນທົ່ວໄປ, ອາຍຸ 18-25 ປີ, ກຳລັງຮຽນ ມ.7 ຫຼື ຈົບ ມ.7 ຂຶ້ນໄປ; ຜົນການຮຽນໃນໄລຍະຜ່ານມາ (ມ.ປາຍ) ຢູ່ໃນລະດັບດີ ເຊິ່ງຄະແນນສະເລ່ຍ 7.0 ຂຶ້ນໄປ ແລະ ໄດ້ພາສາຈີນໃນລະດັບດີ ເຊິ່ງຕ້ອງມີ HSK5–180 ຂຶ້ນໄປສຳລັບຫຼັກສູດພາສາຈີນ ແລະ ໄອແອລ 6.0 ຂຶ້ນໄປ ສຳລັບຫຼັກສູດພາສາອັງກິດ.