⏩ A35:
ທຶນຮຽນປະລິຍາຕີ
4-5 ປີ
✳ ມະຫາວິທະຍາໄລແພດສາດຄຸນມິງ 昆明医科大学Kunming Medical University ຄຸນມິງ ແຂວງຢູນນານ.
✳ ທຶນປະເພດ 1: ເປັນທຶນລັດຖະບານ (CSC) ປິດຮັບ 20.3.2025 ເຊິ່ງມີເງື່ອນໄຂດັ່ງນີ້:
1️⃣ ຄ່າຮຽນຟຣີ
2️⃣ ຄ່າຫໍພັກຟຣີ
3️⃣ ວີຊ່າເຂົ້າປະເທດຟຣີ
1 ຄັ້ງ
4️⃣ ຄ່າປະກັນໄພຟຣີ
5️⃣ ມີເບ້ຍລ້ຽງ 2,500 ຢວນ/ເດືອນ
✳ ທຶນປະເພດ 2:
ເປັນທຶນແຂວງ ປິດຮັບ 20.3.2025 ເຊິ່ງມີເງື່ອນໄຂດັ່ງນີ້:
1️⃣ ຄ່າຮຽນຟຣີ
2️⃣ ຄ່າຫໍພັກຟຣີ
3️⃣ ວີຊ່າເຂົ້າປະເທດຟຣີ
1 ຄັ້ງ
4️⃣ ຄ່າປະກັນໄພຟຣີ
4 ປີ
5️⃣ ມີເບ້ຍລ້ຽງ 1.400 ຢວນ/ເດືອນ
✳ ທຶນປະເພດ 3:
ເປັນທຶນສ່ວນຕົວ 100% ປິດຮັບ 30.5.2025
ເຊິ່ງມີເງື່ອນໄຂດັ່ງນີ້:
1️⃣ ຈ່າຍຄ່າຮຽນ
24.000 ຢວນ/ປີ
2️⃣ ຈ່າຍຄ່າຫໍພັກ
ຕຽງຄູ່ 4.000 ຢວນ/ປີ
3️⃣ ຈ່າຍຄ່າວີຊ່າຮຽນ
400 ຢວນ/ປີ
4️⃣ ຈ່າຍຄ່າກວດສຸຂະພາບ
500 ຢວນ/ປີ
5️⃣ ຈ່າຍຄ່າປະກັນໄພ
800 ຢວນ/ປີ
⏩ ເງື່ອນໄຂຜູ້ສະໝັກ: ນັກຮຽນ,
ນັກສຶກສາ, ພະນັກງານ ແລະ ບຸກຄົນທົ່ວໄປ ຖືສັນຊາດລາວ, ອາຍຸ 18-25 ປີ, ຈົບ ມ.7 ຫຼື ກຳລັງຮຽນ ມ.7, ຜົນການຮຽນໃນລະດັບດີ ເຊິ່ງຄະແນນສະເລ່ຍປະຈຳປີ
ມ.ປາຍ 7.0 ຂຶ້ນໄປ, ໄດ້ພາສາຈີນໃນລະດັບດີ ເຊິ່ງຕ້ອງມີ HSK5-180 ຂຶ້ນໄປ ສຳລັບທຶນ CSC ແລະ HSK4-240 ຂຶ້ນໄປ ສຳລັບທຶນແຂວງ, ສ່ວນທຶນສ່ວນຕົວ HSK4-180 ຂຶ້ນໄປ.
✳ ສາຂາຮຽນ: ການຢາ, ແພດສາດປິ່ນປົວທົ່ວໄປ, ພະຍາບານ, ແພດຊ່ອງປາກ, ແພດຫູ, ແພດເດັກ, ແພດວາງຢາສະຫຼົບ, ແພດຕາ, ແພດ X-ray, ເທັກໂນໂລຢີການແພດ, ເທັກໂນໂລຢີການຊ່ອງໄຟຟ້າ, ສາທາລະນະສຸກ, ໂພສະນາການ, ກົດໝາຍ, ການຕະຫຼາດ, ການບໍລິຫານສາທາລະນຸປະໂພກ, ຄວາມປອດອາຫານ ແລະ ອື່ນໆຫຼາຍສາຂາຮຽນ.