ທຶນຮຽນ ປ.ຕີ ປ.ໂທ 成都大学 2025

A22: ທຶນ ປ.ຕີ 4 ປີ ແລະ ປ.ໂທ 3 ປີ

ຊື່ໂຮງຮຽນ: ມະຫາວິທະຍາໄລເຊີງຕູ່ 成都大学 Chengdu University ນະຄອນເຊີງຕູ່ ແຂວງເສສວນ

 

ປະເພດທຶນ: ທຶນສົ່ງເສີມສິລະປະຈີນ-ອາຊຽນ ເປັນທຶນເຕັມຮ້ອຍ ເຊິ່ງມີເງື່ອນໄຂດັ່ງນີ້:

1️⃣ຄ່າຮຽນຟຣີ

2️⃣ຄ່າຫໍພັກຟຣີ

3️⃣ວີຊ້າເຂົ້າປະເທດ ຟຣີ

4️⃣ປະກັນໄພຟຣີ

5️⃣ເບ້ຍລ້ຽງປະລິນຍາຕີ 1.400-1.600 ຢວນ/ເດືອນ, ປະລິນຍາໂທ 1.800 ຢວນ/ເດືອນ

ເງື່ອນໄຂຜູ້ສະໝັກ: ນັກຮຽນ-ນັກສຶກສາ, ພະນັກງານ ແລະ ບຸກຄົນທົ່ວໄປ ທີ່ຖືສັນຊາດລາວ, ປະລິນຍາຕີອາຍຸ 18-25 ປີ, ຜົນການຮຽນຜ່ານມາໃນລະດັບດີ ແລະ ໄດ້ພາສາຈີນໃນລະດັບກາງ ເຊິ່ງຕ້ອງມີ HSK3 ຂຶ້ນໄປ, ຖ້າບໍ່ມີໃບ HSK ແມ່ນຕ້ອງໄດ້ສຳພາດທາງວິດີໂອ (ໝາຍວ່າ ຜູ້ທີ່ບໍ່ທັນມີໃບ HSK ແຕ່ຄວາມຮູ້ຕົວຈິງຕ້ອງໄດ້ທຽບເທົ່າ 3 ຈີຂຶ້ນໄປຈຶ່ງສະໝັກໄດ້). ນອກຈາກພາສາຈີນແລ້ວ ຍັງຕ້ອງມີຄວາມຮູ້ພື້ນຖານພາສາອັງກິດ ເພາະວ່າ ບາງວິຊາຈະໄດ້ຮຽນຄວບຄູ່ກັນລະຫວ່າງພາສາຈີນແລະອັງກິດ. ສຳລັບປະລິນຍາໂທ ອາຍຸບໍ່ເກີນ 35 ປີ, ຕ້ອງມີໃບຄະແນນລະດັບພາສາອັງກິດ IELTS 4.5 ຂຶ້ນໄປ ຮຽນເປັນລະບົບພາສາອັງກິດ.

ໂຄຕ້າທຶນ: 10 ທຶນ

ສາຂາຮຽນ ປ.ຕີ: ການອອກແບບສື່ທາງວິດີໂອ, ສິ່ງແວດລ້ອມ, ການອອກແບບຜະລິດຕະພັນ, ດົນຕີ, ການສ້າງພາບເຄື່ອນໄຫວແອນນິມີເຊີນ, ການແຕ້ມພາບ, ການສະແດງສິລະປະ, ຊ່າງພາບ-ວິດີໂອໂທລະພາບ, ດົນຕີເປຍໂນ, ດົນຕີວາຍໂອລິນ.

ສາຂາຮຽນ ປ.ໂທ: ລະບົບພາສາອັງກິດ Fine Arts, Art Design, Music, Radio and Television

ໝົດເຂດສະໝັກ: 30.5.2025

ເລີ່ມຕົ້ນຮຽນ: 9.2025