⏩ A10: ທຶນຮຽນຊັ້ນສູງ 3 ປີ
✳ ຊື່ໂຮງຮຽນ: ວິທະຍາໄລເຕັກນິກສຸຂະະາບຫົງເຮີ 红河卫生职业学院Honghe Health Vocational College ຕັ້ງຢູ່ເມືອງຫົງເຮີ ແຂວງຢູນນານ ຂີ່ລົດໄຟຈາກຄຸນມິງປະມານ 45 ນາທີ.
✳ ປະເພດທຶນ: ທຶນໂຮງຮຽນ ເຊິ່ງມີເງື່ອນໄຂດັ່ງນີ້:
1️⃣ ຄ່າຮຽນຟຣີ 3 ປີ
2️⃣ ຄ່າຫໍພັກຟຣີ 3 ປີ
3️⃣ ມີເບ້ຍລ້ຽງ 500 ຢວນ/ເດືອນ
4️⃣ ຄ່າວີຊ້າຟຣີຄັ້ງທຳອິດ
5️⃣ ຄ່າເດິນທາງຟຣີຄັ້ງທຳອິດ, ມີອາຈານໄປສົ່ງຮອດໂຮງຮຽນ
6️⃣ ເຄື່ອງນອນຟຣີ 1 ຊຸດ
✡ ໂຄຕ້າທຶນ: 20 ທຶນ
⏩ ສາຂາຮຽນ: ແພດສາດ (Clinical Medicine) ເປັນຫຼັກສູດລະບົບພາສາຈີນ ປີທຳອິດກຽມພາສາຈີນ ແລະ ລົງເລິກວິຊາສະເພາະ 2 ປີ.
✴ ເວລາສະໝັກ: ນັບແຕ່ມື້ປະກາດ ຈົນຮອດວັນທີ 30.6.2025, ເລີ່ມຮຽນ ເດືອນ 9-10.2025
⏩ ເງື່ອນໄຂຜູ້ສະໝັກ: ນັກຮຽນ, ນັກສຶກສາ, ພະນັກງານ, ທະຫານ, ຕຳຫຼວດ ແລະ ບຸກຄົນທົ່ວໄປ ທີ່ຖືສັນຊາດລາວ, ປະລິນຍາຕີອາຍຸ 17-25 ປີ, ຈົບ ມ.7 ຫຼື ກຳລັງຮຽນ ມ.7. ບໍ່ທັນມີລະດັບພາສາຈີນກໍໄດ້.