ທຶນຮຽນ ສສ ຫວຽດນາມ 2025

V1:  ທຶນຮຽນປະລິນຍາຕີ ແລະ ຊັ້ນສູງ

ຊື່ໂຮງຮຽນ: ມະຫາວິທະຍາໄລຮາຕິງ Ha Tinh University ຕັ້ງຢູ່ເມືອງຮາຕິງ ແຂວງຮາຕິງ ພາກກາງຂອງ ສສ ຫວຽດນາມ ເປັນມະຫາວິທະຍາໄລລະດັບແຖວໜ້າຂອງປະເທດ, ມີນັກສຶກສາລາວໄປຮຽນຕໍ່ຢູ່ມະຫາວິທະຍາໄລນີ້ທຸກປີ. ທ່ານ ສາມາດຮັບຊົມຂໍ້ມູນເພີ່ມເຕີມໄດ້ ໂດຍກົດລີ້ງນີ້ https://www.youtube.com/watch?v=-jlcVQbj74I

ປະເພດທຶນ 1: ທຶນຮ່ວມມື ລະດັບປະລິນຍາຕີ 5 ປີ (ກຽມພາສາ 1 ປີ + ຂຶ້ນສາຍ 4 ປີ) ເຊິ່ງມີເງື່ອນໄຂດັ່ງນີ້:

1️⃣ ຄ່າຮຽນຟຣີ 5 ປີ

2️⃣ ຄ່າຫໍພັກຟຣີ 5 ປີ

3️⃣ ມີເບ້ຍລ້ຽງ 2,500,000 ດົງ/ເດືອນ

4️⃣ ວິຊ່າຟຣີ 5 ປີ (ມະຫາວິທະຍາໄລເປັນຝ່າຍຮັບຜິດຊອບ)

5️⃣ ຄ່າເດິນທາງໄປຟຣີ ໂດຍມີການຈັດຕັ້ງນຳພາໄປສົ່ງຮອດມະຫາວິທະຍາໄລ

6️⃣ ມີຂໍ້ຕົກລົງອະນຸມັດໄປຮຽນຕໍ່ຢູ່ຕ່າງປະເທດ

ສາຂາຮຽນ: ບໍລິຫານທຸລະກິດ, ການເມືອງ, ການເງິນ-ການທະນາຄານ, ການບັນຊີ, ເສດຖະກິດກະສິກຳ, ບໍລິຫານການທ່ອງທ່ຽວ-ໂຮງແຮມ, ກົດໝາຍ, ສິ່ງແວດລ້ອມ, ວິສະວະກຳອອກແບບ, ໄອທີ, ພາສາອັງກິດ ແລະ ພາສາຈີນ.

 

ປະເພດທຶນ 2: ທຶນຮ່ວມມື ລະດັບຊັ້ນສູງ 3 ປີ (ກຽມພາສາ 1 ປີ + ຂຶ້ນສາຍ 2 ປີ) ເຊິ່ງມີເງື່ອນໄຂດັ່ງນີ້:

1️⃣ ຄ່າຮຽນຟຣີ 3 ປີ

2️⃣ ຄ່າຫໍພັກຟຣີ 3 ປີ

3️⃣ ມີເບ້ຍລ້ຽງ 2,500,000 ດົງ/ເດືອນ

4️⃣ ວິຊ່າຟຣີ 3 ປີ (ມະຫາວິທະຍາໄລເປັນຝ່າຍຮັບຜິດຊອບ)

5️⃣ ຄ່າເດິນທາງໄປຟຣີ ໂດຍມີການຈັດຕັ້ງນຳພາໄປສົ່ງຮອດມະຫາວິທະຍາໄລ

6️⃣ ມີຂໍ້ຕົກລົງອະນຸມັດໄປຮຽນຕໍ່ຢູ່ຕ່າງປະເທດ

ສາຂາຮຽນ: ເຕັກນິກການກວດເລືອດ, ພະດຸງຄັນ, ພະຍາບານ, ການຢາ, ຊ່ອງໄຟຟ້າ, ແພດປິ່ນປົວທົ່ວໄປ; ລົດຍົນ, ເຕັກໂນໂລຊີພົ່ນສີລົດຍົນ, ໄຟຟ້າ, ເຕັກນິກເຄື່ອງເຢັນ-ແອເຢັນ, ຄຸ້ມຄອງເຄື່ອຄ່າຍເຄື່ອງຄອມພິວເຕີ, ຄຸ້ມຄອງການຂາຍສິນຄ້າ, ການເບີ່ງແຍງດູແລຄວາມງາມ, ເຕັກນິກການປຸງແຕ່ງອາຫານ.

ໂຄຕ້າທຶນ: 47 ທຶນ 

ປິດຮັບສະໝັກ: ວັນທີ 30.8.2025, ເລີ່ມຮຽນເດືອນ 10.2025

ເງື່ອນໄຂຜູ້ສະໝັກ: ນັກຮຽນ, ນັກສຶກສາ, ພະນັກງານ ແລະ ບຸກຄົນທົ່ວໄປ ທີ່ຖືສັນຊາດລາວ, ອາຍຸ 17-30 ປີ, ຈົບ ມ.7 ຫຼື ກຳລັງຮຽນ ມ.7; ຄະແນນຕ້ອງໄດ້ 6.0 ຂຶ້ນໄປທຸກວິຊາ, ບໍ່ທັນມີລະດັບພາສາຫວຽດນາມກໍໄດ້.

ເອກະສານ: ໃບປະກາດ, ໃບຄະແນນ, ໃບກວດສຸຂະພາບ, ປຶ້ມສຳມະໂນຄົວ, ພາສປອດ, ໃບຢັ້ງຢືນທີ່ຢູ່ ແລະ ໃບຄຳຮ້ອງຂໍສະໝັກທຶນ.

ຂັ້ນຕອນສະໝັກ: ຂັ້ນຕອນການສະໝັກ ມີຂໍ້ແນະນຳຕ່າງຫາກ

 

 

V2:  ທຶນຮຽນປະລິນຍາຕີ 5 ປີ

ຊື່ໂຮງຮຽນ: ມະຫາວິທະຍາໄລກວາງບິງ Quang Binh University ຕັ້ງຢູ່ເມືອງ Dong Hoi ແຂວງກວາງບິງ ທາງພາກກາງຂອງ ສສ ຫວຽດນາມ, ມີນັກສຶກສາລາວຮຽນຢູ່ມະຫາວິທະຍາໄລແຫ່ງນີ້ຢ່າງຫຼວງຫຼາຍ. ທ່ານ ສາມາດຮັບຊົມຂໍ້ມູນເພີ່ມເຕີມໄດ້ ໂດຍກົດລີ້ງນີ້ https://www.youtube.com/watch?v=gMpFMDU_mIU

ປະເພດທຶນ: ທຶນຮ່ວມມື ລະດັບປະລິນຍາຕີ 5 ປີ (ກຽມພາສາ 1 ປີ + ຂຶ້ນສາຍ 4 ປີ) ເຊິ່ງມີເງື່ອນໄຂດັ່ງນີ້:

1️⃣ ຄ່າຮຽນຟຣີ 5 ປີ

2️⃣ ຄ່າຫໍພັກຟຣີ 5 ປີ

3️⃣ ມີເບ້ຍລ້ຽງ 1,200,000 ດົງ/ເດືອນ

4️⃣ ວິຊ່າຟຣີ 5 ປີ (ມະຫາວິທະຍາໄລເປັນຝ່າຍຮັບຜິດຊອບ)

5️⃣ ຄ່າເດິນທາງໄປຟຣີ ໂດຍມີການຈັດຕັ້ງນຳພາໄປສົ່ງຮອດມະຫາວິທະຍາໄລ

6️⃣ ມີຂໍ້ຕົກລົງອະນຸມັດໄປຮຽນຕໍ່ຢູ່ຕ່າງປະເທດ

ສາຂາຮຽນ: ບໍລິຫານທຸລະກິດ, ການເມືອງ, ການເງິນ-ການທະນາຄານ, ການບັນຊີ, ພັດທະນາຊົນນະບົດ, ບໍລິຫານການທ່ອງທ່ຽວ-ໂຮງແຮມ, ກົດໝາຍ, ສິ່ງແວດລ້ອມ, ປ່າໄມ້, ກະສິກຳ, ໄອທີ, ພາສາອັງກິດ ແລະ ພາສາຈີນ.

ໂຄຕ້າທຶນ: 28 ທຶນ 

ປິດຮັບສະໝັກ: ວັນທີ 30.8.2025, ເລີ່ມຮຽນເດືອນ 10.2025

ເງື່ອນໄຂຜູ້ສະໝັກ: ນັກຮຽນ, ນັກສຶກສາ, ພະນັກງານ ແລະ ບຸກຄົນທົ່ວໄປ ທີ່ຖືສັນຊາດລາວ, ອາຍຸ 17-30 ປີ, ຈົບ ມ.7 ຫຼື ກຳລັງຮຽນ ມ.7; ຄະແນນຕ້ອງໄດ້ 6.0 ຂຶ້ນໄປທຸກວິຊາ, ບໍ່ທັນມີລະດັບພາສາຫວຽດນາມກໍໄດ້.

ເອກະສານ: ໃບປະກາດ, ໃບຄະແນນ, ໃບກວດສຸຂະພາບ, ປຶ້ມສຳມະໂນຄົວ, ພາສປອດ, ໃບຢັ້ງຢືນທີ່ຢູ່ ແລະ ໃບຄຳຮ້ອງຂໍສະໝັກທຶນ.

ຂັ້ນຕອນສະໝັກ: ຂັ້ນຕອນການສະໝັກ ມີຂໍ້ແນະນຳຕ່າງຫາກ

 

 

V3: ທຶນຮຽນປະລິນຍາຕີ 5 ປີ

ຊື່ໂຮງຮຽນ: ມະຫາວິທະຍາໄລວິງ Vinh University ຕັ້ງຢູ່ແຂວງເຫງ້ອານ ທາງພາກກາງຂອງ ສສ ຫວຽດນາມ. ທ່ານ ສາມາດຮັບຊົມຂໍ້ມູນເພີ່ມເຕີມໄດ້ ໂດຍກົດລີ້ງນີ້ https://zunia.vn/vinhuni

ປະເພດທຶນ: ທຶນຮ່ວມມື ລະດັບປະລິນຍາຕີ 5 ປີ (ກຽມພາສາ 1 ປີ + ຂຶ້ນສາຍ 4 ປີ) ເຊິ່ງມີເງື່ອນໄຂດັ່ງນີ້:

1️⃣ ຄ່າຮຽນຟຣີ 5 ປີ

2️⃣ ຄ່າຫໍພັກຟຣີ 5 ປີ

3️⃣ ມີເບ້ຍລ້ຽງ 4,000,000 ດົງ/ເດືອນ

4️⃣ ວິຊ່າຟຣີ 5 ປີ (ມະຫາວິທະຍາໄລເປັນຝ່າຍຮັບຜິດຊອບ)

5️⃣ ຄ່າເດິນທາງໄປຟຣີ ໂດຍມີການຈັດຕັ້ງນຳພາໄປສົ່ງຮອດມະຫາວິທະຍາໄລ

6️⃣ ມີຂໍ້ຕົກລົງອະນຸມັດໄປຮຽນຕໍ່ຢູ່ຕ່າງປະເທດ

ສາຂາຮຽນ: ການເມືອງ, ການບັນຊີ, ການເງິນ-ການທະນາຄານ, ບໍລິຫານທຸລະກິດ, ເສດຖະກິດການລົງທຶນ, ການຄຸ້ມຄອງເສດຖະກິດ, ກົດໝາຍທົ່ວໄປ, ກົດໝາຍເສດຖະກິດ, ການຄຸ້ມຄອງລັດ, ສະຖາປັດ, ເສດຖະກິດດີຈີຕອນ, ໄຟຟ້າ, ລົດຍົນ, ໄອທີ, ວິທະຍາສາດຄອມພິວເຕີ, ການຄຸ້ທຄອງທີ່ດິນ, ຂົວທາງ, ສິ່ງແວດລ້ອມ, ແພດປິ່ນປົວທົ່ວໄປ, ປູກຝັງ-ລ້ຽງສັດ.

ໂຄຕ້າທຶນ: 28 ທຶນ 

ປິດຮັບສະໝັກ: ວັນທີ 30.8.2025, ເລີ່ມຮຽນເດືອນ 10.2025

ເງື່ອນໄຂຜູ້ສະໝັກ: ນັກຮຽນ, ນັກສຶກສາ, ພະນັກງານ ແລະ ບຸກຄົນທົ່ວໄປ ທີ່ຖືສັນຊາດລາວ, ອາຍຸ 17-30 ປີ, ຈົບ ມ.7 ຫຼື ກຳລັງຮຽນ ມ.7; ຄະແນນຕ້ອງໄດ້ 7.0 ຂຶ້ນໄປທຸກວິຊາ, ບໍ່ທັນມີລະດັບພາສາຫວຽດນາມກໍໄດ້.

ເອກະສານ: ໃບປະກາດ, ໃບຄະແນນ, ໃບກວດສຸຂະພາບ, ປຶ້ມສຳມະໂນຄົວ, ພາສປອດ, ໃບຢັ້ງຢືນທີ່ຢູ່ ແລະ ໃບຄຳຮ້ອງຂໍສະໝັກທຶນ.

ຂັ້ນຕອນສະໝັກ: ຂັ້ນຕອນການສະໝັກ ມີຂໍ້ແນະນຳຕ່າງຫາກ