⏩ A1: ທຶນຮຽນປະລິນຍາຕີ
✳ ຊື່ໂຮງຮຽນ: ມະຫາວິທະຍາໄລຢູນນານ Yunnan University 云南大学ຕັ້ງຢູ່ໃຈກາງຄຸນມິງ ເທດສະບານແຂວງຢູນນານ ເປັນມະຫາວິທະຍາໄລເບີ 1 ຂອງແຂວງຢູນນານ ແລະ ລະດັບແຖວໜ້າຂອງປະເທດ. 云南大学位于云南省昆明市,由云南省政府主管。是“部省合作共建高校”、全国重点大学、国家“双一流”(一流大学)建设高校、211工程高校,是云南省重点支持的国家一流大学建设高校。入选一省一校、中西部高校基础能力建设工程、“111计划” .
✳ ທຶນຮຽນປະລິນຍາຕີ 4 ປີ ເງື່ອນໄຂທຶນມີດັ່ງນີ້:
1️⃣ ຄ່າຮຽນຟຣີ 4 ປີ
2️⃣ ຄ່າຫໍພັກຟຣີ 4 ປີ
3️⃣ ບໍ່ມີເບ້ຍລ້ຽງ
⏩ ສາຂາຮຽນ: ມີສາຂາດຽວຄື: ການສຶກສາພາສາຈີນສາກົນ (International Chinese Education) 汉语国际教育.
✡ ໂຄຕ້າທຶນ: 100 ທຶນ
✴ ເວລາສະໝັກ: ນັບແຕ່ມື້ປະກາດ ຈົນຮອດວັນທີ 30.5.2025, ເລີ່ມຮຽນເດືອນ 9.2025
⏩ ເງື່ອນໄຂຜູ້ສະໝັກ: ນັກຮຽນ, ນັກສຶກສາ, ພະນັກງານ ແລະ ບຸກຄົນທົ່ວໄປ, ອາຍຸ 18-25 ປີ, ກຳລັງຮຽນ ມ.7 ຫຼື ຈົບ ມ.7 ຂຶ້ນໄປ ແລະ ໄດ້ພາສາຈີນໃນລະດັບກາງ ເຊິ່ງຕ້ອງມີ HSK4–180 ຄະແນນຂຶ້ນໄປ. ສຳລັບທຶນນີ້ ສະໝັກແລ້ວ ຮັບປະກັນໄດ້ທຶນ 100%.
⏩ ເອກະສານ: ເອກະສານທີ່ຕ້ອງປະກອບ ແລະ ຂັ້ນຕອນການສະໝັກ ມີຂໍ້ແນະນຳຕ່າງຫາກ
✳ ທຶນສ່ວນຕົວ ປະລິນຍາຕີ 1+4 ປີ ຮຽນຢູ່ວິທະຍາເຂດໃໝ່ ເຊິ່ງມີເງື່ອນໄຂດັ່ງນີ້:
1️⃣ ຄ່າຮຽນ 11,000 ຢວນ/ປີ
2️⃣ ຄ່າຫໍພັກ ນອນ 2 ຄົນ/ຫ້ອງ, ຫ້ອງນໍ້າໃນ, ມີເຮືອນຄົວລວມ 5,400 ຢວນ/ປີ;
ນອນ 4 ຄົນ/ຫ້ອງ, ຫ້ອງນໍ້າໃນ, ມີເຮືອນຄົວລວມ 2,700 ຢວນ/ປີ;
ນອນ 2 ຄົນ/ຫ້ອງ, ຫ້ອງນໍ້າລວມ 2,400 ຢວນ/ປີ;
ນອນ 4 ຄົນ/ຫ້ອງ, ຫ້ອງນໍ້າລວມ 1,200 ຢວນ/ປີ
3️⃣ ຄ່າປະກັນໄພປີລະ 800 ຢວນ
4️⃣ ຄ່າກວດສຸຂະພາບ, ຄ່າວີຊ້າ ແລະ ຄ່າເດິນທາງກຸ້ມຕົນເອງ
5️⃣ ບໍ່ມີເບ້ຍລ້ຽງ ແຕ່ຜູ້ທີ່ມີຜົນການຮຽນດີ ໃນປີຖັດໆໄປສາມາດຂໍທຶນປະເພດຕ່າງໆໄດ້.
⏩ ສາຂາຮຽນ: ມີທັງໝົດ 25 ສາຂາວິຊາ ສາມາດເລືອກຮຽນໄດ້ຕາມຄວາມສົນໃຈ ເປັນຫຼັກສູດລະບົບພາສາຈີນທັງໝົດ.
✡ ໂຄຕ້າທຶນ: 50 ທຶນ
✴ ເວລາສະໝັກ: ນັບແຕ່ມື້ປະກາດ ຈົນຮອດວັນທີ 30.6.2025, ເລີ່ມຮຽນ ເດືອນ 9-10.2025
⏩ ເງື່ອນໄຂຜູ້ສະໝັກ: ນັກຮຽນ, ນັກສຶກສາ, ພະນັກງານ ແລະ ບຸກຄົນທົ່ວໄປ, ອາຍຸ 18-25 ປີ, ກຳລັງຮຽນ ມ.7 ຫຼື ຈົບ ມ.7 ຂຶ້ນໄປ, ຜູ້ທີ່ບໍ່ທັນມີພື້ນຖານພາສາຈີນກໍສະໝັກໄດ້ ກຽມພາສາ 1 ປີກ່ອນ ຈຶ່ງເຂົ້າສາຍວິຊາສະເພາະ 4 ປີ. ສຳລັບຜູ້ທີ່ມີ HSK4 ແລ້ວ ສາມາດເຂົ້າສາຍເລີຍ.
⏩ ເອກະສານ: ເອກະສານທີ່ຕ້ອງປະກອບ ແລະ ຂັ້ນຕອນການສະໝັກ ມີຂໍ້ແນະນຳຕ່າງຫາກ
⚠ ໝາຍເຫດ: ວີຊ່າເຂົ້າປະເທດ X1, ປີ້ຍົນ ແລະ ການເດິນທາງໄປຮຽນ ຖ້າໃຫ້ບໍລິສັດໄປສົ່ງຮອດໂຮງຮຽນ ແມ່ນຈະໄດ້ຄິດໄລ່ເພີ່ມຕ່າງຫາກ ເຊິ່ງຂຶ້ນກັບຈຳນວນຄົນ ແລະ ໄລຍະທາງໃກ້ ຫຼື ໄກ.