⏩ A15: ທຶນຮຽນປະລິນຍາຕີ 4 ປີ
✳ ຊື່ໂຮງຮຽນ: ມະຫາວິທະຍາໄລວິສະວະວຳເຕັກໂນໂລຊີຊຽງໄຮ້ 上海工程技术大学Shanghai University of Engineering Science ຕັ້ງຢູ່ໃຈກາງນະຄອນຊຽງໄຮ້. ມີເນື້ອທີ່ວິທະຍາເຂດ 872,000 ຕາແມັດ, ປະກອບມີ 19 ຄະນະວິຊາ, 79 ສາຂາຮຽນ. ປັດຈຸບັນມີຄູອາຈານທັງໝົດ 2,000 ທ່ານ ແລະ ນັກສຶກສາທັງໝົດ 24,800 ຄົນ.
✳ ປະເພດທຶນ 1: ເປັນທຶນໂຮງຮຽນ ເຊິ່ງມີເງື່ອນໄຂດັ່ງນີ້:
1️⃣ ຄ່າຮຽນຟຣີ
2️⃣ ໄດ້ຈ່າຍຄ່າຫໍພັກ ປີລະ 1,200 ຢວນ, ນອນ 4 ຄົນຕໍ່ຫ້ອງ
3️⃣ ຄ່າປະກັນໄພສຸຂະພາບຟຣີ
4️⃣ ບໍ່ມີເບ້ຍລ້ຽງ
✡ ໂຄຕ້າທຶນ: 30 ທຶນ
⏩ ສາຂາຮຽນ: ຫຼັກສູດລະບົບພາສາຈີນ: ການເງິນ, ບໍລິຫານທຸລະກິດ, ການຄ້າສາກົນ, ບໍລິຫານຂົນສົ່ງ, ທຸລະກິດໄອທີ, ການອອກແບບຜະລິດຕະພັນສິນຄ້າ, ສິ່ງແວດລ້ອມ, ກົນຈັກ ແລະ ອື່ນໆ.
ຫຼັກສູດລະບົບພາສາອັງກິດ: ການຄ້າສາກົນ, ເອໄອ, ວິສະວກຳເສື້ອຜ້າ.
✴ ເວລາສະໝັກ: ນັບແຕ່ມື້ປະກາດ ຈົນຮອດວັນທີ 15.6.2025, ເລີ່ມຮຽນ ເດືອນ 9-10.2025
⏩ ເງື່ອນໄຂຜູ້ສະໝັກ: ນັກຮຽນ, ນັກສຶກສາ, ພະນັກງານ ແລະ ບຸກຄົນທົ່ວໄປ ທີ່ຖືສັນຊາດລາວ, ປະລິນຍາຕີອາຍຸ 18-25 ປີ, ຈົບ ມ.7 ຫຼື ກຳລັງຮຽນ ມ.7; ຜົນການຮຽນໃນໄລຍະຜ່ານມາຢູ່ໃນລະດັບດີ ແລະ ໄດ້ພາສາຈີນໃນລະດັບດີ ເຊິ່ງຕ້ອງມີ HSK4-180 ຄະແນນຂຶ້ນໄປ ສຳລັບຫຼັກສູດລະບົບພາສາຈີນ ແລະ ຄະແນນໄອແອລ 6.0 ຂຶ້ນໄປ ສຳລັບຫຼັກສູດລະບົບພາສາອັງກິດ.