ທຶນຮຽນ ປ.ຕີ ແພດສາດ Kunming Medical University 2025

A35: ທຶນຮຽນປະລິຍາຕີ 4-5 ປີ

ມະຫາວິທະຍາໄລແພດສາດຄຸນມິງ 昆明医科大学Kunming Medical University ຄຸນມິງ ແຂວງຢູນນານ.

ທຶນປະເພດ 1: ເປັນທຶນລັດຖະບານ (CSC) ປິດຮັບ 20.3.2025 ເຊິ່ງມີເງື່ອນໄຂດັ່ງນີ້:

1️⃣ ຄ່າຮຽນຟຣີ

2️⃣ ຄ່າຫໍພັກຟຣີ

3️⃣ ວີຊ່າເຂົ້າປະເທດຟຣີ 1 ຄັ້ງ

4️⃣ ຄ່າປະກັນໄພຟຣີ

5️⃣ ມີເບ້ຍລ້ຽງ 2,500 ຢວນ/ເດືອນ

ທຶນປະເພດ 2: ເປັນທຶນແຂວງ ປິດຮັບ 20.3.2025 ເຊິ່ງມີເງື່ອນໄຂດັ່ງນີ້:

1️⃣ ຄ່າຮຽນຟຣີ

2️⃣ ຄ່າຫໍພັກຟຣີ

3️⃣ ວີຊ່າເຂົ້າປະເທດຟຣີ 1 ຄັ້ງ

4️⃣ ຄ່າປະກັນໄພຟຣີ 4 ປີ

5️⃣ ມີເບ້ຍລ້ຽງ 1.400 ຢວນ/ເດືອນ

 

ທຶນປະເພດ 3: ເປັນທຶນສ່ວນຕົວ 100% ປິດຮັບ 30.5.2025 ເຊິ່ງມີເງື່ອນໄຂດັ່ງນີ້:

1️⃣ ຈ່າຍຄ່າຮຽນ 24.000 ຢວນ/ປີ

2️⃣ ຈ່າຍຄ່າຫໍພັກ ຕຽງຄູ່ 4.000 ຢວນ/ປີ

3️⃣ ຈ່າຍຄ່າວີຊ່າຮຽນ 400 ຢວນ/ປີ

4️⃣ ຈ່າຍຄ່າກວດສຸຂະພາບ 500 ຢວນ/ປີ

5️⃣ ຈ່າຍຄ່າປະກັນໄພ 800 ຢວນ/ປີ

ເງື່ອນໄຂຜູ້ສະໝັກ: ນັກຮຽນ, ນັກສຶກສາ, ພະນັກງານ ແລະ ບຸກຄົນທົ່ວໄປ ຖືສັນຊາດລາວ, ອາຍຸ 18-25 ປີ, ຈົບ ມ.7 ຫຼື ກຳລັງຮຽນ ມ.7, ຜົນການຮຽນໃນລະດັບດີ ເຊິ່ງຄະແນນສະເລ່ຍປະຈຳປີ ມ.ປາຍ 7.0 ຂຶ້ນໄປ, ໄດ້ພາສາຈີນໃນລະດັບດີ ເຊິ່ງຕ້ອງມີ HSK5-180 ຂຶ້ນໄປ ສຳລັບທຶນ CSC ແລະ HSK4-240 ຂຶ້ນໄປ ສຳລັບທຶນແຂວງ, ສ່ວນທຶນສ່ວນຕົວ HSK4-180 ຂຶ້ນໄປ.

ສາຂາຮຽນ: ການຢາ, ແພດສາດປິ່ນປົວທົ່ວໄປ, ພະຍາບານ, ແພດຊ່ອງປາກ, ແພດຫູ, ແພດເດັກ, ແພດວາງຢາສະຫຼົບ, ແພດຕາ, ແພດ X-ray, ເທັກໂນໂລຢີການແພດ, ເທັກໂນໂລຢີການຊ່ອງໄຟຟ້າ, ສາທາລະນະສຸກ, ໂພສະນາການ, ກົດໝາຍ, ການຕະຫຼາດ, ການບໍລິຫານສາທາລະນຸປະໂພກ, ຄວາມປອດອາຫານ ແລະ ອື່ນໆຫຼາຍສາຂາຮຽນ.