ທຶນກຽມພາສາ+ແພດສາດ ປ.ຕີ ປ.ໂທ 遵义医科大学 2025

A24: ທຶນຮຽນກຽມພາສາ 1-2 ປີ + ປະລິນຍາຕີ ແລະ ປະລິນຍາໂທ

ຊື່ໂຮງຮຽນ: ມະຫາວິທະຍາໄລແພດສາດຈຸ່ນຢີ້ 遵义医科大学 Zunyi Medical University ຕັ້ງຢູ່ເມືອງຈຸ່ນຢີ້ ແຂວງກຸ້ຍໂຈ

ປະເພດທຶນ: ທຶນໂຮງຮຽນ ສຳລັບປະລິນຍາຕີ ມີເງື່ອນໄຂດັ່ງນີ້:

1️⃣ ຄ່າຮຽນຟຣີຕະຫຼອດໄລຍະກຽມພາສາ 1-2 ປີ + ເຂົ້າສາຍ 5 ປີ

2️⃣ ໄດ້ຈ່າຍຄ່າຫໍພັກ 1,200 ຢວນ/ປີ  

3️⃣ ຕອນຕົ້ນບໍ່ມີເບ້ຍລ້ຽງ, ແຕ່ຖ້າຜົນການຮຽນດີ ຈະມີທຶນມີເງິນເດືອນໃຫ້ສະໝັກທຸກປີ

4️⃣ ວີຊ່າເຂົ້າປະເທດຟຣີ 1 ຄັ້ງ

5️⃣ ຄ່າເດິນທາງຟຣີ 1 ຖ້ຽວ

6️⃣ ໄປສົ່ງຮອດໂຮງຮຽນ

 

ທຶນສຳລັບປະລິນຍາໂທ ມີເງື່ອນໄຂດັ່ງນີ້:

1️⃣ ຄ່າຮຽນຟຣີຕະຫຼອດໄລຍະກຽມພາສາ 1-2 ປີ + ເຂົ້າສາຍ 3 ປີ

2️⃣ ໄດ້ຈ່າຍຄ່າຫໍພັກ 1,200 ຢວນ/ປີ 

3️⃣ ຕອນຕົ້ນບໍ່ມີເບ້ຍລ້ຽງ, ແຕ່ຖ້າຜົນການຮຽນດີ ຈະມີທຶນມີເງິນເດືອນໃຫ້ສະໝັກທຸກປີ

4️⃣ ວີຊ່າເຂົ້າປະເທດຟຣີ 1 ຄັ້ງ

5️⃣ ຄ່າເດິນທາງຟຣີ 1 ຖ້ຽວ

6️⃣ ໄປສົ່ງຮອດໂຮງຮຽນ

ສາຂາຮຽນ: ປະລິນຍາຕີ: ແພດປິ່ນປົວທົ່ວໄປ Clinical Medicine, ແພດການຢາ Clinical Pharmacy, ການຢາ Pharmacy, ແພດຊ່ອງປາກ Stomatology, ປະດຸງຄັນ Midwifery, ຄຸນນະພາບແລະຄວາມປອດໄພອາຫານ Food Quality and Safety, ພະຍາບານ Nursing. ສາຂາຮຽນປະລິນຍາໂທ: ພື້ນຖານການແພດ Basic Medicine,  ແພດປິ່ນປົວທົ່ວໄປ Clinical Medicine, ການຢາ Pharmacy.

ເວລາສະໝັກ: ນັບແຕ່ມື້ປະກາດ ຈົນຮອດວັນທີ 30.6.2025, ເລີ່ມຕົ້ນເຂົ້າຮຽນ ເດືອນ 9-10.2025

ເງື່ອນໄຂຜູ້ສະໝັກ: ນັກຮຽນ, ນັກສຶກສາ, ພະນັກງານ ແລະ ບຸກຄົນທົ່ວໄປ ທີ່ຖືສັນຊາດລາວ, ສະໝັກຮຽນປະລິນຍາຕີອາຍຸ 17-25 ປີ, ຈົບ ມ.7 ຫຼື ກຳລັງຮຽນ ມ.7; ສະໝັກຮຽນປະລິນຍາໂທ ອາຍຸບໍ່ເກີນ 35 ປີ, ຈົບປະລິນຍາຕີ. ບໍ່ເຄີຍຮຽນພາສາຈີນມາກ່ອນກໍສະໝັກໄດ້.

ເອກະສານ: ເອກະສານທີ່ຕ້ອງປະກອບ ແລະ ຂັ້ນຕອນການສະໝັກ ມີຂໍ້ແນະນຳຕ່າງຫາກ.