⏩ A17: ທຶນຮຽນ ຈົບຊັ້ນສູງ ເຊື່ອມຕໍ່ ປະລິນຍາຕີ 2 ປີ ແລະ ທຶນຮຽນ ປະລິນຍາຕີ 4 ປີ
✳ ຊື່ໂຮງຮຽນ: ສະຖາບັນເທັກໂນໂລຊີນານຈິ່ງ 南京工程学院 Nanjing Institute of Technology ຕັ້ງຢູ່ໃຈເມືອງນານຈິ່ງ ແຂວງຈຽງຊູ.
✳ ປະເພດທຶນ 1: ທຶນໂຮງຮຽນປະລິນຍາຕີ 4 ປິ, ກໍລະນີເຊື່ອມຕໍ່ຮຽນ 2 ປີ ເຊິ່ງມີເງື່ອນໄຂດັ່ງນີ້:
1️⃣ ຄ່າຮຽນຟຣີ
2️⃣ ຄ່າຫໍພັກຟຣີ
3️⃣ ຄ່າປະກັນໄພສຸຂະພາບຟຣີ
4️⃣ ມີເບ້ຍລ້ຽງ 500 ຢວນ/ເດືອນ
✳ ປະເພດທຶນ 2: ທຶນໂຮງຮຽນປະລິນຍາຕີ 4 ປິ, ກໍລະນີເຊື່ອມຕໍ່ຮຽນ 2 ປີ ເຊິ່ງມີເງື່ອນໄຂດັ່ງນີ້:
1️⃣ ຄ່າຮຽນຟຣີ
2️⃣ ໄດ້ຈ່າຍຄ່າຫໍພັກ ແລະ ຄ່າປຶ້ມຕຳລາປີລະ 5,000 ຢວນ
3️⃣ ຄ່າປະກັນໄພສຸຂະພາບຟຣີ
4️⃣ ບໍ່ມີເບ້ຍລ້ຽງ
ໝາຍເຫດ: ຫຼັງຈາກໄດ້ໃບຕອບຮັບ Pre-admission ແລ້ວ ຕ້ອງໄດ້ຈ່າຍເງິນຄໍ້າປະກັນໃຫ້ໂຮງຮຽນ 5,500 ຢວນ ເພື່ອຮັບປະກັນວ່າ ໄດ້ທຶນແລ້ວໄປຮຽນແທ້. ແຕ່ເງິນຈຳນວນນີ້ ພາຍຫຼັງນັກຮຽນໄປຮອດໂຮງຮຽນແລ້ວ ຈະສົ່ງຄືນໃຫ້ທັງໝົດ.
✡ ໂຄຕ້າທຶນ: 20 ທຶນ
⏩ ສາຂາຮຽນ: ຫຼັກສູດລະບົບພາສາຈີນ: ໄອທີ, ວິສະວະກຳໂປຣແກມ, ການຄ້າສາກົນ, ການຕະຫຼາດ, ການບໍລິຫານຊັບສິນ, ບໍລິຫານການຂົນສົ່ງ, ສິ່ງແວດລ້ອມ, ກົນຈັກ, ເຕັກໂນໂລຊີອັດຕາໂນມັດ ແລະ ອື່ນໆ. ຫຼັກສູດລະບົບພາສາອັງກິດ: ກົນຈັກ, ການຄ້າສາກົນ.
✴ ເວລາສະໝັກ: ນັບແຕ່ມື້ປະກາດ ຈົນຮອດວັນທີ 30.6.2025, ເລີ່ມຮຽນ ເດືອນ 9-10.2025
⏩ ເງື່ອນໄຂຜູ້ສະໝັກ: ນັກຮຽນ, ນັກສຶກສາ ແລະ ບຸກຄົນທົ່ວໄປ ທີ່ຖືສັນຊາດລາວ, ອາຍຸ 18-28 ປີ, ຈົບ ມ.7 ຫຼື ກຳລັງຮຽນ ມ.7, ກຳລັງຮຽນ ຫຼື ຈົບຊັ້ນສູງ. ຜົນການຮຽນໄລຍະຜ່ານມາຢູ່ໃນລະດັບດີ ແລະ ໄດ້ພາສາຈີນໃນລະດັບກາງ ເຊິ່ງຕ້ອງມີ HSK4-180 ຄະແນນຂຶ້ນໄປ ແລະ ຫຼັກສູດລະບົບພາສາອັງກິດຕ້ອງມີຄະແນນ ໄອແອລ 5.5 ຂຶ້ນໄປ.