ທຶນຮຽນຕໍ່ຈີນ ປ.ຕີ 2025 昆明理工大学

A8: ທຶນຮຽນປະລິນຍາຕີ 4 ປີ, ທຶນລັດຖະບານ ແລະ ທຶນແຂວງ

ຊື່ໂຮງຮຽນ: ມະຫາວິທະຍາໄລວິທະຍາສາດແລະເທັກໂນໂລຢີຄຸນມິງ 昆明理工大学Kunming University of Science and Technology ຕັ້ງຢູ່ໃຈກາງເມືອງຄຸນມິງ ເທດສະບານແຂວງຢູນນານ, ມີຄວາມສະດວກໃນການເດິນທາງດ້ວຍລົດໄຟພຽງ 7 ຊົ່ວໂມງ ຫຼື ຂີ່ຍົນພຽງ 1 ຊົ່ວໂມງ 30 ນາທີ ເທົ່ານັ້ນ. ມະຫາວິທະຍາໄລຫາກໍ່ສ້າງຄືນໃໝ່ ສະອາດສວຍງາມ, ມີເນື້ອທີ່ວິທະຍາເຂດກວ້າງເຖິງ 2,610,000 ຕາແມັດ, ປັດຈຸບັນມີຄູອາຈານທັງໝົດ 4,119 ຄົນ, ມີນັກສຶກສາທັງໝົດ 52,589 ຄົນ, ປະກອບມີ 28 ຄະນະວິຊາ, ມີສາຂາຮຽນທັງໝົດ 100 ກວ່າສາຂາ.

ປະເພດທຶນ 1: ທຶນລັດຖະບານ ຫຼື CSC ປະເພດ B ສະໝັກໂດຍກົງກັບໂຮງຮຽນ ເຊິ່ງມີເງື່ອນໄຂດັ່ງນີ້:

1️⃣ ຄ່າຮຽນຟຣີ 4 ປີ

2️⃣ ຄ່າຫໍພັກຟຣີ 4 ປີ

3️⃣ ຄ່າປະກັນໄພສຸຂະພາບຟຣີ 4 ປີ

4️⃣ ມີເບ້ຍລ້ຽງ 2,500 ຢວນ/ເດືອນ

ໂຄຕ້າທຶນ:  10 ທຶນ 

ເວລາສະໝັກ: ນັບແຕ່ມື້ປະກາດ ຈົນຮອດວັນທີ 28.2.2025, ເລີ່ມຮຽນ ເດືອນ 9.2025

ເງື່ອນໄຂຜູ້ສະໝັກ: ນັກຮຽນ, ນັກສຶກສາ, ພະນັກງານ ແລະ ບຸກຄົນທົ່ວໄປ ທີ່ຖືສັນຊາດລາວ, ປະລິນຍາຕີອາຍຸ 18-25 ປີ, ຈົບ ມ.7 ຫຼື ກຳລັງຮຽນ ມ.7; ຜົນການຮຽນໃນໄລຍະຜ່ານມາ (ມ.ປາຍ) ຢູ່ໃນລະດັບດີຫຼາຍ ເຊິ່ງຄະແນນສະເລ່ຍ 8.0 ຂຶ້ນໄປ ແລະ ໄດ້ພາສາຈີນໃນລະດັບດີ ເຊິ່ງຕ້ອງມີ HSK4-250 ຄະແນນຂຶ້ນໄປ ແລະ HSKK中级-65 ຄະແນນຂຶ້ນໄປ.

 

 

ປະເພດທຶນ 2: ເປັນທຶນແຂວງ ຫຼື PGS ເຊິ່ງມີເງື່ອນໄຂດັ່ງນີ້:

1️⃣ ຄ່າຮຽນຟຣີ 4 ປີ

2️⃣ ຄ່າຫໍພັກຟຣີ 4 ປີ

3️⃣ ຄ່າປະກັນໄພສຸຂະພາບຟຣີ 4 ປີ

4️⃣ ມີເບ້ຍລ້ຽງ 1,400 ຢວນ/ເດືອນ

ໂຄຕ້າທຶນ: 10 ທຶນ 

ເວລາສະໝັກ: ນັບແຕ່ມື້ປະກາດ ຈົນຮອດວັນທີ 15.3.2025, ເລີ່ມຮຽນ ເດືອນ 9-10.2025

ເງື່ອນໄຂຜູ້ສະໝັກ: ນັກຮຽນ, ນັກສຶກສາ, ພະນັກງານ ແລະ ບຸກຄົນທົ່ວໄປ ທີ່ຖືສັນຊາດລາວ, ປະລິນຍາຕີອາຍຸ 18-25 ປີ, ຈົບ ມ.7 ຫຼື ກຳລັງຮຽນ ມ.7; ຜົນການຮຽນໃນໄລຍະຜ່ານມາ (ມ.ປາຍ) ຢູ່ໃນລະດັບດີ ເຊິ່ງຄະແນນສະເລາຍ 7.0 ຂຶ້ນໄປ ແລະ ໄດ້ພາສາຈີນໃນລະດັບດີ ເຊິ່ງຕ້ອງມີ HSK4-230 ຄະແນນຂຶ້ນໄປ ແລະ HSKK中级-60 ຄະແນນຂຶ້ນໄປ.

 

ປະເພດທຶນ 3: ເປັນທຶນມະຫາວິທະຍາໄລ ເຊິ່ງມີເງື່ອນໄຂດັ່ງນີ້:

1️⃣ ຈ່າຍຄ່າຮຽນຈາກປົກກະຕິ 15,000-26,000 ຢວນ/ປີ ຫຼຸດລົງເຫຼືອ 3,000 ຢວນ/ປີ

2️⃣ ຈ່າຍຄ່າຫໍພັກເຕັມ 1,200-3,400 ຢວນ/ປີ. ຂຶ້ນກັບຫ້ອງມີຈຳນວນຕຽງໜ້ອຍ ຫຼື ຫຼາຍ

3️⃣ ຄ່າປະກັນໄພສຸຂະພາບ 800 ຢວນ/ປີ

4️⃣ ຄ່າກວດສຸຂະພາບ, ຄ່າວີຊ້າ ແລະ ຄ່າເດິນທາງກຸ້ມຕົນເອງ

5️⃣ ມີເບ້ຍລ້ຽງ 1,000 ຢວນ/ເດືອນ

ໂຄຕ້າທຶນ: 20 ທຶນ 

ເວລາສະໝັກ: ນັບແຕ່ມື້ປະກາດ ຈົນຮອດວັນທີ 30.4.2025, ເລີ່ມຮຽນ ເດືອນ 9-10.2025

ເງື່ອນໄຂຜູ້ສະໝັກ: ນັກຮຽນ, ນັກສຶກສາ, ພະນັກງານ ແລະ ບຸກຄົນທົ່ວໄປ ທີ່ຖືສັນຊາດລາວ, ປະລິນຍາຕີອາຍຸ 18-25 ປີ, ຈົບ ມ.7 ຫຼື ກຳລັງຮຽນ ມ.7; ຜົນການຮຽນໃນໄລຍະຜ່ານມາ (ມ.ປາຍ) ຢູ່ໃນລະດັບດີ ແລະ ໄດ້ພາສາຈີນໃນລະດັບດີ ເຊິ່ງຕ້ອງມີ HSK4-180 ຄະແນນຂຶ້ນໄປ ແລະ HSKK中级-60 ຄະແນນຂຶ້ນໄປ.

ເອກະສານ: ເອກະສານທີ່ຕ້ອງປະກອບ ແລະ ຂັ້ນຕອນການສະໝັກ ມີຂໍ້ແນະນຳຕ່າງຫາກ

 

ສາຂາຮຽນ: ວິສະວະກຳບໍ່ແຮ່, ວິສະວະກຳອຸດສະຫາກຳ, ວິສະວະກຳຫຸ່ນຍົນ, ເອໄອ, ໂຍທາ, ສະຖາປັດ, ວິສະວະກຳເຂື່ອນໄຟຟ້າ, ວິສະວະກຳລົດຍົນ, ໄອທີ, ສິ່ງແວດລ້ອມ, ການສ້າງວີດີໂອ, ກົດໝາຍ, ບໍລິຫານທຸລະກິດ, ເສດຖະສາດການຄ້າ, ການເງິນ. ສາມາດເລືອກຮຽນໄດ້ຕາມຄວາມສົນໃຈຈາກສາຂາທີ່ມີທັງໝົດ ເຊິ່ງເປັນຫຼັກສູດລະບົບພາສາຈີນ.