ທຶນຮຽນຊັ້ນສູງ 3 ປີ ຢູ່ແຂວງກວາງຊີ 2025

ທຶນຮຽນຊັ້ນສູງ 3 ປີ 2025

ຊື່ໂຮງຮຽນ: ວິທະຍາໄລເຕັກກວາງຊີ 广西职业技术学院 Guangxi Vocational & Technical College ຕັ້ງຢູ່ໃຈກາງເມືອງນານນິງ ເທດສະບານແຂວງກວາງຊີ. ເປັນໂຮງຮຽນທີ່ງາມທັນສະໄໝ, ກວ້າງໃຫຍ່, ຄຸນນະພາບການສອນດີຫຼາຍ, ມີຄວາມສະດວກໃນການເດິນທາງ, ສາຂາຮຽນມີຫຼາກຫຼາຍ ເປັນສາຂາທີ່ຕະຫຼາດມີຄວາມຕ້ອງການສູງ.

ປະເພດທຶນ: ເປັນທຶນໂຮງຮຽນ ຊັ້ນສູງ 3 ປີ ເຊິ່ງມີເງື່ອນໄຂດັ່ງນີ້:

ໄລຍະຮຽນ 3 ປີ ເລີ່ມຮຽນເດືອນ 9.2025:

1️⃣ ຄ່າຮຽນຟຣີ

2️⃣ ຄ່າຫໍພັກຟຣີ, ນອນ 4 ຄົນ/ຫ້ອງ

3️⃣ ວີຊ່າເຂົ້າປະເທດຟຣີ 1 ຄັ້ງ

4️⃣ ຄ່າເດິນທາງຟຣີ 1 ຖ້ຽວ

5️⃣ ມີເບ້ຍລ້ຽງ 600 ຢວນ/ເດືອນ

6️⃣ ປຶ້ມຕຳລາຮຽນຟຣີ

ເງື່ອນໄຂຜູ້ສະໝັກ: ນັກຮຽນ-ນັກສຶກສາ, ພະນັກງານ ແລະ ບຸກຄົນທົ່ວໄປ ທີ່ຖືສັນຊາດລາວ, ອາຍຸ 18-25 ປີ, ຈົບ ມ.7 ຫຼື ກຳລັງຮຽນ ມ.7, ຕ້ອງມີພື້ນຖານພາສາຈີນ HSK3-180 ຄະແນນຂຶ້ນໄປ.

ສາຂາຮຽນ: ການຄ້າອອນລາຍ, ການບັນຊີ, ການເງິນແລະເທັກໂນໂລຊີ, ເທັກນິກການໂຄສະນາ, ມີເດຍ, ໄອທີ-ອິນເຕີເນັດ, ບໍລິຫານທຸລະກິດ, ບໍລິຫານການຂົນສົ່ງ, ການບໍລິຫານໂຮງແຮມ, ເທັກໂນໂລຊີລົດໄຟຟ້າ, ເທັກໂນໂລຊີອາຫານ, ເທັນໂນໂລຊີການກວດຄວາມປອດໄພອາຫານ, ເທັກໂນໂລຊີອັດຕາໂນມັດ, ກົນຈັກ, ສິລະປະການວາດພາບ.

ວິທີສະໝັກ: ວິທີສະໝັກ ແລະ ເອກະສານທີ່ຕ້ອງປະກອບ ມີຂໍ້ແນະນຳລະອຽດຕ່າງຫາກ.  

ໝົດເຂດສະໝັກ: 30.5.2025

ເລີ່ມຕົ້ນຮຽນ: ເດືອນ 9.2025    

ຄ່າບໍລິການສະໝັກທຶນ: