ທຶນຮຽນຊັ້ນສູງ 2025 ຢູ່ຮົງເຮີ 红河卫生职业学院

default

A10: ທຶນຮຽນຊັ້ນສູງ 3 ປີ

ຊື່ໂຮງຮຽນ: ວິທະຍາໄລເຕັກນິກສຸຂະະາບຫົງເຮີ 红河卫生职业学院Honghe Health Vocational College ຕັ້ງຢູ່ເມືອງຫົງເຮີ ແຂວງຢູນນານ ຂີ່ລົດໄຟຈາກຄຸນມິງປະມານ 45 ນາທີ.

ປະເພດທຶນ: ທຶນໂຮງຮຽນ ເຊິ່ງມີເງື່ອນໄຂດັ່ງນີ້:

1️⃣ ຄ່າຮຽນຟຣີ 3 ປີ

2️⃣ ຄ່າຫໍພັກຟຣີ 3 ປີ

3️⃣ ມີເບ້ຍລ້ຽງ 500 ຢວນ/ເດືອນ

4️⃣ ຄ່າວີຊ້າຟຣີຄັ້ງທຳອິດ

5️⃣ ຄ່າເດິນທາງຟຣີຄັ້ງທຳອິດ, ມີອາຈານໄປສົ່ງຮອດໂຮງຮຽນ

6️⃣ ເຄື່ອງນອນຟຣີ 1 ຊຸດ

ໂຄຕ້າທຶນ:  20 ທຶນ 

ສາຂາຮຽນ: ແພດສາດ (Clinical Medicine) ເປັນຫຼັກສູດລະບົບພາສາຈີນ ປີທຳອິດກຽມພາສາຈີນ ແລະ ລົງເລິກວິຊາສະເພາະ 2 ປີ.

ເວລາສະໝັກ: ນັບແຕ່ມື້ປະກາດ ຈົນຮອດວັນທີ 30.6.2025, ເລີ່ມຮຽນ ເດືອນ 9-10.2025

ເງື່ອນໄຂຜູ້ສະໝັກ: ນັກຮຽນ, ນັກສຶກສາ, ພະນັກງານ, ທະຫານ, ຕຳຫຼວດ ແລະ ບຸກຄົນທົ່ວໄປ ທີ່ຖືສັນຊາດລາວ, ປະລິນຍາຕີອາຍຸ 17-25 ປີ, ຈົບ ມ.7 ຫຼື ກຳລັງຮຽນ ມ.7. ບໍ່ທັນມີລະດັບພາສາຈີນກໍໄດ້.